首页 > 领区新闻
老挝人民报:“一带一路”倡议为推动老挝可持续发展战略作出重要贡献
2024-01-03 17:07

2024年1月1日,老挝党媒人民报pasaxon以《“一带一路”倡议为推动老挝可持续发展战略作出重要贡献》为标题在其社交网站主页上刊登了署名为外交研究所老中联合研究室的一篇文章,全文如下:

老挝是内陆国家,地处东南亚中心,战略格局优越,资源丰富,拥有符合和适合实施长期发展战略的重要条件,特别是联接东南亚和中国,也可以将该地区与包括世界各个角落的次区域联接(内陆国家到陆联国家)。“一带一路”倡议为实现老挝人民民主共和国开启新发展、连接地区社会经济可持续发展的目标作出了重要贡献。

ສປປ ລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ, ເປັນປະເທດໜຶ່ງ ທີ່ຕັ້ງຢູ່ໃຈກາງຂອງດິນແດນອາຊີຕາເວັນອອກສ່ຽງໃຕ້, ມີພູມສັນຖານອັນເປັນຍຸດທະສາດ ແລະ ຊັບພະຍາກອນທີ່ອຸດົມຮັ່ງມີ ຊຶ່ງໄດ້ກາຍມາເປັນເງື່ອນໄຂສໍາຄັນທີ່ສອດຄ່ອງ ແລະ ແທດເໝາະກັບການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາຍາວນານ ໂດຍສະເພາະແມ່ນການເຊື່ອມຕໍ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ສປ ຈີນ, ອີກທັງຍັງສາມາດເຊື່ອມໂຍງເຊື່ອມຈອດພາກພື້ນນີ້ ໄປສູ່ພາກພື້ນອື່ນ ລວມທັງອະນຸພາກພື້ນຕ່າງໆ ໃນທົ່ວທຸກມຸມໂລກ (Landlocked to land-linked country). ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຈຶ່ງໄດ້ປະກອບສ່ວນສໍາຄັນ ເພື່ອຕອບສະໜອງທັງຈຸດປະສົງ ແລະ ເປົ້າໝາຍໃນການເປີດກວ້າງວິວັດທະນາການໃໝ່ຂອງ ສປປ ລາວ ຕໍ່ການເຊື່ອມຈອດພາກພື້ນ ເພື່ອການພັດທະນາເສດຖະກິດ-ສັງຄົມ ໃນຮູບແບບຍືນຍົງຂອງຕົນ.

2013年以来,中国国家主席习近平提出“丝绸之路经济带和21世纪海上丝绸之路”倡议,或统称为“一带一路”倡议。这一倡议是世纪工程(Project of the Century)的倡议之一,它在于中国梦(China's Dream)想要参与与世界其他国家分享财富。“一带一路”倡议也成为中国与世界各国合作以及老中平等互利基础上密切关系的象征。截至目前,已有150多个国家和45个国际组织签署支持11个合作机制。其中,老挝参加了8个各领域合作机制,重点围绕构建互联互通网络、打造开放型世界经济、促进绿色发展、科技创新、人文交流等,使老挝地区经济发展强劲,公平互利。

ນັບແຕ່ປີ 2013 ທີ່ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ນໍາສະເໜີຂໍ້ລິເລີ່ມ “ແລວເສດຖະກິດເສັ້ນທາງສາຍໄໝ” ແລະ “ເສັ້ນທາງສາຍໄໝທາງທະເລແຫ່ງສັດຕະວັດທີ 21” (The Silk Road Economic Belt and the 21st-Century Maritime Silk Road) ຫຼື ເອີ້ນກວມລວມວ່າ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” (BRI). ຂໍ້ລິເລີ່ມດັ່ງກ່າວ ເປັນຂໍ້ລິເລີ່ມໜຶ່ງໃນໂຄງການແຫ່ງສັດຕະວັດ (Project of the Century) ເຊິ່ງນອນໃນເປົ້າໝາຍຄວາມໄຝ່ຝັນຂອງຈີນ (China’s Dream) ເພື່ອຕ້ອງການທີ່ຈະມີສ່ວນຮ່ວມໃນການແບ່ງປັນຄວາມຮັ່ງມີໃຫ້ກັບປະເທດອື່ນໆໃນໂລກ. ຂໍ້ລິເລີ່ມ “ໜຶ່ງ ແລວ, ໜຶ່ງເສັ້ນທາງ” ຍັງໄດ້ກາຍເປັນສັນຍາລັກແຫ່ງການພົວພັນຮ່ວມມື ລະຫວ່າງ ສປ ຈີນ ແລະ ບັນດາປະເທດທົ່ວໂລກ ກໍຄື ການພົວພັນຢ່າງໃກ້ຊິດ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ມາຮອດປັດຈຸບັນມີຫຼາຍກວ່າ 150 ປະເທດ ແລະ 45 ອົງການຈັດຕັ້ງສາກົນ ໄດ້ລົງນາມສະໜັບສະໜູນໃນ 11 ກົນໄກຂອງການຮ່ວມມື. ໃນນັ້ນ, ສປປ ລາວ ກໍໄດ້ເຂົ້າຮ່ວມຢູ່ໃນ 8 ກົນໄກການຮ່ວມມືກັນລະຫວ່າງຂະແໜງການຕ່າງໆ  ເພື່ອເນັ້ນໜັກໃສ່ກໍ່ສ້າງເຄືອຂ່າຍເຊື່ອມໂຍງເຊື່ອມຈອດ, ການສ້າງເສດຖະກິດໂລກແບບເປີດກວ້າງ, ສົ່ງເສີມຊຸກຍູ້ການພັດທະນາສີຂຽວ, ປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ການໄປມາຫາສູ່ກັນລະຫວ່າງປະຊາຊົນເຖິງປະຊາຊົນ ແລະ ອື່ນໆ ຊຶ່ງເຮັດໃຫ້ພາກພື້ນມີການພັດທະນາເສດຖະກິດທີ່ເຂັ້ມແຂງ, ຍຸຕິທໍາ ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດສູງສຸດ.

老挝人民民主共和国看到了2025年东盟一体化和互联互通总体规划的重要性,以及参与到2030年建设该地区成为无边界经济共同体的努力,它还关系到对社会经济发展计划的贡献的重要作用,以带领国家摆脱欠发达国家的地位,缩小地区的综合经济差距。此外,“一带一路”倡议让老挝人民民主共和国通过老中铁路项目为双边(老挝-中国)和多边(东盟-中国)合作为国家经济发展规划以及经济、社会和环境的发展做出重大贡献。因此,老挝人民民主共和国作为2024年东盟轮值主席国,希望经济可持续发展,并将其转型为现代工业,符合促进服务业和国内制造业成为国内生产值的政策,以创造老挝国家和全国人民的收入。同时,老挝政府还推动和鼓励实施战略,通过发展自然旅游和绿色旅游成为现代可持续产业;越来越多地扩大相关部门和人群的参与,成为国家经济社会发展的重要力量。

ສປປ ລາວ ໂດຍເຫັນໄດ້ເຖິງຄວາມສຳຄັນຂອງແຜນແມ່ບົດອາຊຽນ ວ່າດ້ວຍ ການເຊື່ອມໂຍງ-ເຊື່ອມຈອດ ຮອດປີ 2025 ແລະ ຄວາມພະຍາຍາມທີ່ຈະມີສ່ວນຮ່ວມໃນການສ້າງພາກພື້ນ ໃຫ້ກາຍເປັນປະຊາຄົມເສດຖະກິດທີ່ບໍ່ມີພົມແດນ (borderless economic community) ໃນປີ 2030, ທັງຍັງຕິດພັນຕໍ່ກັບບົດບາດສໍາຄັນ ໃນການປະກອບສ່ວນເຂົ້າຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ, ເພື່ອເປົ້າໝາຍນໍາພາເອົາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ພ້ອມທັງຍັງສາມາດຫຼຸດຜ່ອນຄວາມແຕກໂຕນທາງເສດຖະກິດຮອບດ້ານຂອງພາກພື້ນ. ນອກຈາກນີ້, ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນ ສປປ ລາວ ຍັງສາມາດປະກອບສ່ວນສໍາຄັນເຂົ້າໃນແຜນພັດທະນາເສດຖະກິດແຫ່ງຊາດຢ່າງຕັ້ງໜ້າ ຜ່ານໂຄງການເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີການຮ່ວມມືແບບສອງຝ່າຍ (ລາວ-ຈີນ) ແລະ ຫຼາຍຝ່າຍ (ອາຊຽນ-ຈີນ) ກໍຄື ການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ສະນັ້ນ, ສປປ ລາວ ໃນນາມປະທານໝູນວຽນ ອາຊຽນ ປະຈໍາປີ 2024 ມີຄວາມປາຖະໜາພັດທະນາເສດຖະກິດໃຫ້ມີຄວາມຍືນຍົງ ແລະ ຫັນເປັນອຸດສາຫະກໍາທັນສະໄໝ, ມີຄວາມສອດຄ່ອງກັບນະໂຍບາຍສົ່ງເສີມການບໍລິການ ແລະ ຜະລິດຕະພັນພາຍໃນ ໃຫ້ເປັນສິນຄ້າປາຍແຫຼມຂອງຊາດ ເພື່ອສ້າງລາຍຮັບໃຫ້ແກ່ປະເທດຊາດ ກໍຄືປະຊາຊົນລາວທົ່ວປະເທດ. ພ້ອມດຽວກັນນີ້, ລັດຖະບານລາວ ຍັງໄດ້ສົ່ງເສີມພ້ອມທັງກະຕຸກຊຸກຍູ້ການປະຕິບັດຍຸດທະສາດ ຜ່ານການພັດທະນາຂະແໜງທ່ອງທ່ຽວທໍາມະຊາດ ກໍຄືການທ່ອງທ່ຽວສີຂຽວ ໃຫ້ກາຍເປັນອຸດສາຫະກໍາທີ່ທັນສະໄໝ ແລະ ຍືນຍົງ; ເປີດກວ້າງການມີສ່ວນຮ່ວມຂອງຂະແໜງການກ່ຽວຂ້ອງ ແລະ ປະຊາຊົນ ໃຫ້ນັບມື້ນັບຫຼາຍຂຶ້ນ, ເພື່ອໃຫ້ກາຍເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດ - ສັງຄົມ ຂອງປະເທດ.

到2023年,老中铁路已正式使用两年,已运送旅客2400万人次、货物2900万吨。其中,中国已成为老挝最大的出口市场,80%的农产品销往中国。来老挝的游客不断增加,为老挝带来了很好的收入。此外,它将能够吸引更多投资者来到老挝,通过实施各种项目,为老挝工人创造更多就业机会, 例如:经济特区建设工程、自贸区建设、公共卫生建设、各类教育机构建设逐步见效。

ມາຮອດປີ 2023 ເສັ້ນທາງລົດໄຟ ລາວ-ຈີນ ໄດ້ນໍາໃຊ້ຢ່າງເປັນທາງການຄົບ 2 ປີ ແລ້ວ, ເຊິ່ງໄດ້ຂົນສົ່ງຜູ້ໂດຍສານ 24 ລ້ານເທື່ອຄົນ ແລະ ສິນຄ້າ 29 ລ້ານໂຕນ. ໃນນັ້ນ, ສປ ຈີນ ໄດ້ເປັນຕະຫຼາດສົ່ງອອກໃຫຍ່ອັນດັບໜຶ່ງຂອງ ສປປ ລາວ, ຜະລິດຕະພັນກະສິກຳສົ່ງອອກ 80% ຂອງລາວ ແມ່ນສົ່ງໄປ ສປ ຈີນ. ສໍາລັບນັກທ່ອງທ່ຽວ ທີ່ເດີນທາງເຂົ້າມາ ສປປ ລາວ ກໍມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະໄລຍະ ແລະ ສ້າງລາຍຮັບໃຫ້ແກ່ ສປປ ລາວ ໄດ້ເປັນຢ່າງດີ. ພ້ອມນີ້, ຍັງຈະສາມາດດຶງດູດນັກລົງທຶນເຂົ້າມາລາວເພີ່ມຂຶ້ນ, ເພື່ອສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວຫຼາຍຂຶ້ນກວ່າເກົ່າ ຜ່ານການຈັດຕັ້ງປະຕິບັດໂຄງການຕ່າງໆ ເຊັ່ນ: ໂຄງການກໍ່ສ້າງເຂດເສດຖະກິດພິເສດ, ສ້າງເຂດການຄ້າເສລີ, ກໍ່ສ້າງສາທາລະນະສຸກ, ກໍ່ສ້າງສະຖາບັນການສຶກສາຕ່າງໆ ໃຫ້ເກີດດອກອອກຜົນເທື່ອລະກ້າວ.

老挝人民民主共和国的区域和国际合作,特别是在东盟框架内的合作,以促进区域经济的平等和公平发展;要带领国家走出欠发达的状态,除了与经济外交活动有关外,还必须与保护大自然的绿色循环有关,以维持和永远在一起。为此,政府高度重视并努力贯彻落实党的十一大决议, 第九个五年国家社会经济发展规划(2021-2025年)和2030年绿色增长战略愿景,以优质方式实现可持续发展目标(SDG),围绕8个重点领域创建、完善和实施公共部门和私营部门的许多政策、立法制度和投资管理最适合促进经济作为可持续战略,并以绿色方式保持环境作为循环经济。目前,老中铁路被认为是连接老中经济与地区及国际国家合作实现全面发展的重要关键,如:该地区的商品生产和运输、旅游服务业务和其他货币流通领域的推广以及未来该地区经济向世界各地的发展。

ດ້ານການພົວພັນຮ່ວມມືພາກພື້ນ ແລະ ສາກົນຂອງ ສປປ ລາວ ໂດຍສະເພາະໃນຂອບການຮ່ວມມືອາຊຽນ ເພື່ອການພັດທະນາເສດຖະກິດພາກພື້ນໃຫ້ມີຄວາມເທົ່າທຽມ ແລະ ຍຸຕິທໍາ;  ເພື່ອຕ້ອງການນໍາພາເອົາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ນອກຈາກຈະຕິດພັນກັບການ ເຄື່ອນໄຫວວຽກງານການທູດເສດຖະກິດ, ຍັງຈະຕ້ອງຕິດພັນກັບການອະນຸລັກຮັກສາທໍາມະຊາດໝູນ ວຽນແບບສີຂຽວ ໃຫ້ຍືນຍົງຄົງຕົວໄປຄຽງຄູ່ກັນຕະຫຼອດໄປ. ລັດຖະບານ ຈຶ່ງໄດ້ໃຫ້ຄວາມສໍາຄັນ ແລະ ແນໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ວິໄສທັດຍຸດທະສາດການເຕີບໂຕສີຂຽວ ປີ 2030 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຢ່າງມີຄຸນນະພາບ ທີ່ປິ່ນອ້ອມ 8 ຂະແໜງການຈຸດສຸມໃຫ້ເປັນຮູບປະທໍາ ໃນການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດຫຼາຍນະໂຍບາຍ, ລະບົບນິຕິກໍາຂອງກົດໝາຍ ແລະ ການຄຸ້ມຄອງການລົງທຶນພາກລັດ ກໍຄື ພາກເອກະຊົນ ໃຫ້ມີລະບຽບການ ແລະ ແທດເໝາະທີ່ສຸດ ເພື່ອສົ່ງເສີມເສດຖະກິດ ໃຫ້ເປັນຍຸດທະສາດຍືນຍົງ ແລະ ຮັກສາສິ່ງແວດລ້ອມໃຫ້ເປັນເສດຖະກິດໝູນວຽນໃນຮູບແບບສີຂຽວ.  ປັດຈຸບັນ, ເສັ້ນທາງລົດ ໄຟ ລາວ-ຈີນ ຖືໄດ້ວ່າເປັນຂໍກຸນແຈອັນສໍາຄັນໜຶ່ງ ທີ່ຈະສາມາດເຊື່ອມໂຍງເຊື່ອມຈອດເສດຖະກິດຂອງລາວ ກັບບັນດາປະເທດພາກພື້ນ ກໍຄື ສາກົນ ໃຫ້ມີການພັດທະນາຮອບດ້ານ ເຊັ່ນ: ການຜະລິດ ແລະ ຂົນສົ່ງສິນຄ້າ, ສົ່ງເສີມທຸລະກິດການທ່ອງທ່ຽວ-ບໍລິການ ແລະ ອື່ນໆ ໃນການໝູນວຽນເງິນຕາພາຍໃນປະເທດ ແລະ ເສດຖະກິດໝູນວຽນຂອງພາກພື້ນນີ້ ໄປສູ່ພາກພື້ນຕ່າງໆຂອງໂລກໃນອະນາຄົດ.


推荐给朋友:   
全文打印       打印文字稿