ໜ້າຫຼັກ > ວຽກງານເຄື່ອນໄຫວສະຖານກົງສຸນໃຫຍ່
ກົງສຸນໃຫຍ່ ສປ ຈີນປະຈຳຫຼວງພະບາງໄດ້ຈັດງານລ້ຽງສະເຫຼີມສະຫຼອງບຸນກຸດຈີນ 2026
2026-02-14 11:48

ວັນທີ 10 ກຸມພາ, ກົງສຸນໃຫຍ່ ສປ ຈີນ ປະຈຳ ຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງບຸນກຸດຈີນ 2026 ພາຍໃຕ້ຫົວຂໍ້ "ອົບອຸ່ນຕ້ອນຮັບບຸນກຸດຈີນ". ທ່ານ ຈາງ ເຊີຜິງ ກົງສຸນໃຫຍ່ ພ້ອມດ້ວຍການນຳແຂວງພາກເໜືອລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມກັນສະເຫຼີມສະຫຼອງປີມ້າ ແລະ ອວຍພອນມິດຕະພາບ ລາວ-ຈີນ. ທຸກຝ່າຍເຫັນດີຈະຖືເອົາໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ກ້າວຂຶ້ນສູ່ລະດັບໃໝ່.



ສະຫງວນລິຂະສິດ ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ