ໜ້າຫຼັກ > ປະເທດຈີນໃນສະໄຫມນີ້
ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ວັດ​ທະ​ນະ​ທຳສ້າງ​ພະ​ລັງ​ແຮງ​ອັນ​ໃຫຍ່ຫຼວງ, ຄັນ​ຮົ່ມ​ນ້ອຍໆ​ກາຍ​ເປັນ​ຂະ​ແໜງ​ການ​ໃຫຍ່​ທີ່​ມີ​ຍອດ​ມູນ​ຄ່າ​ສູງ
2025-06-09 10:53


    ເວົ້າເຖິງຄັນຮົ່ມແລ້ວ ແມ່ນເຄື່ອງໃຊ້ທີ່ໃຜໆກໍຂາດບໍ່ໄດ້, ຍາມຝົນເອົາມາກັນຝົນ, ຍາມແດດກໍເອົາມາກັນແດດ. ແຕ່ທ່ານຮູ້ບໍ່ວ່າ: ແຫຼ່ງຜະລິດຄັນຮົ່ມສ່ວນໃຫຍ່ແມ່ນຕາແສງຕົ່ງຊື, ແຂວງຟູຈ້ຽນຂອງຈີນ, ໃນຄັມຮົ່ມ 4 ກ້ານໃດໆ, ກໍມີກ້ານໜຶ່ງຜະລິດໂດຍຕາແສງຕົ່ງຊື.

    ຕາແສງຕົ່ງຊືຖືກຂະໜາມນາມວ່າ “ເມືອງຄັນຮົ່ມຂອງຈີນ”,  ຍອດຈໍານວນການຜະລິດຄັນຮົ່ມ ມີປະມານ 460.000.000 ກ້ານຕໍ່ປີ, ຍອດມູນຄ່າການຜະລິດມີເຖິງ 13.000.000.000 ຢວນຕໍ່ປີ, ໄດ້ຈຳໜ່າຍຢູ່ 160 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ.

   

ເລື່ອງລາວຂອງ “ເມືອງຄັນຮົ່ມ” ນີ້ ຕ້ອງຫວນຄືນສູ່ຊຸມປີ 1980. ຍາມນັ້ນ, ຊາວບ້ານເມີຍເຟີ່ງຂອງຕາແສງຕົ່ງຊື ໄດ້ອາໄສທ່າແຮງດ້ານພູມີປະເທດທີ່ຕິດກັບທະເລ ແລະ ມີຄວາມສະດວກສະບາຍດ້ານການຂົນສົ່ງ ເພື່ອຜະລິດຄັນຮົ່ມ, ໂຮງງານຄັນຮົ່ມແຫ່ງທຳອິດຢູ່ຕາແສງຕົ່ງຊືກໍເກີດຂຶ້ນແລ້ວ. ຍ້ອນມີຄຸນນະພາບດີ ແລະລາຄາຖືກ, ຄັນຮົ່ມທີ່ຜະລິດໂດຍຕາແສງຕົ່ງຊືໄດ້ມີຊື່ສຽງດັງຂຶ້ນຢ່າງວ່ອງໄວ ແລະ ບຸກເຂົ້າຕະຫຼາດທົ່ວປະເທດຈີນ.

    ຫຼັງຈາກນັ້ນ, ໂຮງງານທີ່ມອງກວ້າງເຫັນໄກກໍຈັດຊື້ເຄື່ອງຈັກ, ຮັບສະໝັກຜູ້ມີຄວາມຮູ້ຄວາມສາມາດ, ພັດທະນາເຕີບໃຫຍ່ກາຍເປັນວິສາຫະກິດຄັນຮົ່ມທີ່ທັນສະໄໝຂະໜາດໃຫຍ່ຢ່າງວ່ອງໄວ. ໄວໜຸ່ມຢູ່ຕ່າງຖິ່ນກໍໄປເຮັດວຽກ ແລະ ເຮັດທຸລະກິດຢູ່ຕາແສງຕົ່ງຊື,  ຜູ້ຄົນຈຳນວນໜຶ່ງຮຽນຮູ້ເຕັກນິກຜະລິດຄັນຮົ່ມ ແລະ ສະສົມບົດຮຽນດ້າກນານບໍລິຫານແລ້ວ, ກໍໄປສ້າງໂຮງງານຂອງຕົນ. ຍາມນັ້ນ, ຕາແສງຕົ່ງຊືເຕັມໄປດ້ວຍຄວາມກະຕືລືລົ້ນດ້ານການສ້າງທຸລະກິດ.

    ປີ 1991, ຊາວຕາແສງຕົ່ງຊືຜູ້ໜຶ່ງ ຄື: ທ່ານ ວາງອ່ານປ່າງ ໄດ້ຖືຄັນຮົ່ມທີ່ຜະລິດໂດຍຕາແສງຕົ່ງຊື 2 ກ້ານໄປນຳສະເໜີຢູ່ໜ້າງານວາງສະແດງສິນຄ້າຂາເຂົ້າ-ຂາອອກຈີນທີ່ຈັດຂຶ້ນຢູ່ນະຄອນກວາງໂຈວ່ ແຂວງກວາງຕຸ້ງ. ເພິ່ນໄດ້ພະຍາຍາມໂຄສະນາຄັນຮົ່ມຕໍ່ຊາວຕ່າງປະເທດ, ໃນທີ່ສຸດ, ເພິ່ນບໍ່ໄດ້ເສຍເຫື່ອແຮງລ້າໆ ໂດຍໄດ້ຮັບໃບສັ່ງຈອງທີ່ມີມູນຄ່າ 1 ລ້ານກວ່າໂດລາ, ຈາກນີ້ ຄັນຮົ່ມຕາແສງຕົ່ງຊືກໍໄດ້ເລີ່ມຈຳໜ່າຍຢູ່ຕ່າງປະເທດ.

    ເຖິງວ່າຍອດຈຳນວນການຈຳໜ່າຍຄັນຮົ່ມຂອງຕາແສງຕົ່ງຊືດີຫຼາຍສົມຄວນກໍຕາມ, ແຕ່ວ່າຜະລິດແທນຍີ່ຫໍ້ຕ່າງໆ, ຜົນກຳໄລສ່ວນຫຼາຍແມ່ນເຂົ້າຖົງຂອງຝ່າຍຍີ່ຫໍ້, ເວົ້າໄດ້ວ່າ, ວິສາຫະກິດຢູ່ຕາແສງດັ່ງກ່າວແມ່ນເຮັດວຽກໜັກທີ່ສຸດ ແຕ່ໄດ້ລາຍຮັບໜ້ອຍທີ່ສຸດ. ປີ 2008, ວິກິດການການເງິນສາກົນເກີດຂຶ້ນ, ໃບສັ່ງຈອງໄດ້ຫຼຸດໜ້ອຍລົງຢ່າງຫຼວງຫຼາຍ, ໂຮງງານຈຳນວນຫຼາຍຢູ່ບໍ່ລອດ.

    ຍາມນັ້ນ, “ສ້າງຍີ່ຫໍ້ຂອງຕົນ, ບໍ່ເຮັດແທນຍີ່ຫໍ້ອື່ນ, ຕ້ອງກຳຊາຕາກຳຢູ່ໃນມືຂອງຕົນ” ໄດ້ກາຍເປັນຄວາມໃນໃຈຮ່ວມຂອງຜູ້ເຮັດທຸລະກິດຄັນຮົ່ມທັງຫຼາຍຂອງຕາແສງຕົ່ງຊື. ຕັ້ງແຕ່ນັ້ນມາ, ໂຮງງານຜະລິດຄັນຮົ່ມຢູ່ຕາແສງຕົ່ງຊືກໍເລີ່ມປັບປຸງຮູບແບບການພັດທະນາຂອງຕົນ ຄື: ຈາກເຮັດແທນຍີ້ຫໍ້ອື່ນກາຍເປັນສ້າງຍີ່ຫໍ້ຂອງຕົນ. ວິສາຫະກິດຈຳນວນໜຶ່ງໄດ້ລົງທຶນຈຳນວນຫຼາຍເຂົ້າໃນການພັດທະນາຍີ່ຫໍ້ຂອງຕົນ ແລະ ເລັ່ງລັດການຂະຫຍາຍທຸລະກິດຢູ່ຕ່າງປະເທດ ໂດຍໄດ້ສ້າງຈຸດຈຳໜ່າຍ ແລະ ຫ້ອງການຕົວແທນຢູ່ຫຼາຍປະເທດ ເຊັ່ນ: ຣັດເຊຍ, ອາເມຣິກາ, ຍີ່ປຸ່ນ ແລະອື່ນໆ.

    ຄັນຮົ່ມທີ່ຜະລິດໂດຍຕາແສງຕົ່ງຊືເປັນຫຍັງໄດ້ຮັບຄວາມນິຍົມຊົມຊອບຈາກຕະຫຼາດ? ກ່ອນອື່ນໝົດ, ແມ່ນຄຸນນະພາບດີເດັ່ນ. ກ່ອນເຂົ້າສູ່ຕະຫຼາດ, ຄັນຮົ່ມແຕ່ລະງວດກໍຕ້ອງຜ່ານການກວດທີ່ເຂັ້ມງວດ ຄື: ກັນຝົນເປັນເວລາ 2 ນາທີ, ເປີດ-ປິດເປັນ 300 ຄັ້ງ ແລະ ທົດລອງລໍຊໍເປັນ 500 ຄັ້ງເປັນຕົ້ນ.

    ຄັນຮົ່ມທີ່ຜະລິດໂດຍຕາແສງຕົ່ງຊືມີຊື່ສຽງໂດ່ງດັງ ແລະ ມີຍອດຈຳນວນການຈຳໜ່າຍສູງ, ຍັງໄດ້ຮັບຜົນດີຈາກຫົວຄິດປະດິດສ້າງຢ່າງບໍ່ຢຸດຢັງເປັນເວລາຍາວນານ, ຄັນຮົ່ມນ້ອຍໆກ້ານໜຶ່ງຕ້ອງຜ່ານຫຼາຍຂັ້ນຕອນທີ່ລະອຽດ. ປີ 2020, ວິສາຫະກິດຄັນຮົ່ມໄດ້ຮ່ວມມືກັບໂຮງຮຽນຊັ້ນສູງ, ມີ 10 ກວ່າຂັ້ນຕອນທີ່ສັບສົນໄດ້ນຳໃຊ້ເຄື່ອງຈັກມາເຮັດແທນ, ທັງໄດ້ສ້າງ “ໂຮງງານທີ່ບໍ່ມີຄົນ” ແຫ່ງທຳອິດຂອງຂະແໜງການຄັນຮົ່ມຂອງຈີນ.

    ປັດຈຸບັນນີ້, ຕາແສງຕົ່ງຊືມີວິສາຫະກິດຜະລິດຄັນຮົ່ມ 475 ແຫ່ງ, ຕາແສງຕົ່ງຊືແມ່ນຂຶ້ນກັບນະຄອນຊວນໂຈວ່ ເຊິ່ງເປັນເມືອງເກົ່າແກ່ດ້ານປະຫວັດສາດ ແລະ ວັດທະນະທຳ. ນອກຈາກຜະລິດຄັນຮົ່ມກັນຝົນ ແລະ ຄັນຮົ່ມກັນແດດແລ້ວ, ຊຸມປີມໍ່ໆມານີ້, ວິສາຫະກິດທັງຫຼາຍຍັງໄດ້ຜະລິດຄັນຮົ່ມທີ່ມີຫົວຄິດປະດິດສ້າງດ້ານວັດທະນະທຳ, ຄັນຮົ່ມສະເພາະຂອງຕ້ອນ ແລະ ຄັນຮົ່ມແບບມູນເຊື້ອຈີນເປັນຕົ້ນ. ພາຍໃຕ້ການຊຸກຍູ້ດ້ວຍວິທະຍາສາດເຕັກໂນໂລຊີ ແລະ ວັດທະນະທຳ, ຂະແໜງການຄັນຮົ່ມຂອງຕາແສງຕົ່ງຊືພວມມຸ່ງໜ້າສູ່ອະນາຄົດທີ່ກວ້າງໄກກວ່າເກົ່າ.


ແຫຼ່ງຂໍ້ມູນ: CGTN


ສະຫງວນລິຂະສິດ ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ