ປີນີ້ເປັນປີຄົບຮອບ 10 ປີຂອງກອງປະຊຸມຜູ້ນໍາຄັ້ງປະຖົມມະເລີກຂອງການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ.ໃນ 10 ປີຜ່ານມານີ້, ຫົກປະເທດແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງໄດ້ເສີມຂະຫຍາຍວັດທະນະທໍາທີ່ວ່າ “ສະເໝີພາບຕໍ່ກັນ ຈິງໃຈຊ່ວຍເຫຼືອກັນ ສະໜິດສະໜົມເໝືອນກັບຄອບຄົວດຽວກັນ” ແລະ ຍຶດຫມັ້ນໃນນໍ້າໃຈແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງທີ່ “ຖືການພັດທະນາໄປກ່ອນຫມູ່ ປຶກສາຫາລືກັນຢ່າງສະເໝີພາບ ເຮັດແທ້ທໍາຈິງຢ່າງມີປະສິດທິພາບສູງ ເປີດກວ້າງ ແລະ ກວມລວມ”, ຊຸກຍູ້ການຮ່ວມມືໂດຍປິ້ນ ອ້ອມໄປຕາມສາມເສົາຄໍ້າຫຼັກ ແລະ ຫ້າຂົງເຂດບູລະມະສິດ ຊຶ່ງໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງທີ່ໂດດ ເດັ່ນ. ຈີນໄດ້ສ້າງຄູ່ຮ່ວມຊາຕາກໍາກັບທຸກໆປະເທດໃນລຸ່ມແມ່ນໍ້າຂອງ, ມູນຄ່າການຄ້າຂອງທັງສອງຝ່າຍໄດ້ບັນລຸເຖິງ 500 ຕື້ໂດລາສະຫະລັດ, ເພິ່ມຂຶ້ນ 150% ເມື່ອທຽບໃສ່ 10 ປີກ່ອນ.
ຈີນໄດ້ຍຶດໝັ້ນ ແນວຄວາມຄິດສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ປະຕິບັດສີ່ຂໍ້ລິ ເລິ່ມທົ່ວໂລກ ຄື ຂໍ້ລິເລິ່ມການພັດທະນາທົ່ວໂລກ ຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ ຂໍ້ລິເລິ່ມຄວາມສີວິໄລທົ່ວໂລກ ແລະ ຂໍ້ລິເລິ່ມປົກຄອງບໍລິຫານທົ່ວໂລກ. ໂດຍຜ່ານກອງທຶນພິເສດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ພວກເຮົາໄດ້ດໍາເນີນໂຄງການ “ນ້ອຍແຕ່ງາມ”ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ເປັນຈໍານວນພັນກວ່າໂຄງການ ເປັນຕົ້ນໂຄງການ “ຜົນເກັ່ບກ່ຽວແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” “ໂຄງການນໍ້າລິ່ນສະອາດ” ຯລຯ, ອັນໄດ້ນໍາເອົາຜົນປະໂຫຍດອັນແທ້ຈິ່ງມາສູ່ປະຊາຊົນຂອງບັນດາປະເທດແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ.
ສອງປະເທດຈີນ ແລະ ລາວມີພູຮ່ວມສາຍ ນໍ້າຮ່ວມແຫຼ່ງ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ມີ ຊາຕາກໍາຮ່ວມກັນ, ທັງເປັນຜູ້ສະໜັບສະໜູນທີ່ໜັກແໜ້ນ ແລະ ຜູ້ປະຕິບັນງານທີ່ຫ້າວຫັນຂອງການຮ່ວມມື້ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ຈີນໄດ້ດໍາເນີນໂຄງການຈໍານວນໜຶ່ງຢູ່ ສປປ ລາວ ໂດຍຜ່ານກອງທຶນພິ ເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຊົນນະບົດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ. ໃນຂົງເຂດສາທາລະນະສຸກ, ຈີນໄດ້ຊ່ວຍຍົກລະດັບ ໂຮງໝໍມະໂຫສົດ, ໂຮງໝໍ 103, ໂຮງໝໍແຂວງຫຼວງພະບາງ ແລະ ໃຫ້ການຊ່ວຍເຫຼືອອຸປະກອນການ ແພດຕ່າງໆ, ອັນໄດ້ເປັນການຍູ້ໜູນການຍົກລະດັບສາທາລະນະສຸກຂອງປະເທດລາວ. ໃນບໍ່ທໍ່ໃດມື້ມານີ້, ພວກເຮົາໄດ້ລິເລິ່ມໂຄງການປະສົມປະສານຮ່ວມມືໃນການກວດກາການນໍາເຂົ້າ, ສົ່ງອອກ ແລະສົ່ງຜ່ານອາຫານ ແລະ ຢາຢູ່ດ່ານສາກົນ, ອັນຈະສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ໃນການຄຸ້ມຄອງ ກວດກາການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ແລະ ຍົກສູງລະດັບຄວາມສາມາດການຄຸນຄອງ ແລະ ຮັບປະກັນຄວາມ ປອດໄພຂອງອາຫານ ແລະ ຢາ.
ໃນກາງເດືອນມີນານີ້, ກອງປະຊຸມສອງສະພາແຫ່ງຊາດຂອງຈີນ ຄືສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ສະພາປຶກສາການເມືອງທົ່ວປະເທດຈີນ ໄດ້ພິຈາລະນາ ແລະ ຮັບຮອງໂຄງການແຜນການ 5 ປີຄັ້ງທີ 15 ຊຶ່ງເປັນການອອກແບບໃນຂັ້ນສູງສຸດໃຫ້ແກ່ການພັດທະນາໃນ 5 ປີຂ້າງໜ້າຂອງຈີນ, ທັງຈະສ້າງກາລະໂອກາດໃໝ່ໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກໍາແມ່ນໍາຂອງ-ແມ່ນໍ້າລ້ານຊ້າງທີ່ສະໜິດແໜ້ນແຟ້ນກວ່າເກົ່າ. ກອວປະຊຸມສອງສະພາແຫ່ງຊາດຂອງຈີນດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ຕ້ອງຊຸກຍູ້ການຮ່ວມກັນ ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອເປັນການເພິ່ມພະລັງແຮງຢ່າງຕໍ່ເນື່ອງໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກໍາປະເທດບ້ານໃກ້ເຮືອນຄຽງຊຶ່ງລວມທັງບັນດາປະເທດໃນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ແຜນການ 5 ປີຄັ້ງທີ 15 ໄດ້ກໍານົດວ່າ, ຕ້ອງສຸມໃສ່ຊຸກຍູ້ການເປີດປະຕູສູ່ໂລກພາຍນອກໃນລະດັບສູງ, ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພສາທາລະນະສຸກ ແລະ ຍົກສູງ ລະດັບການຮ່ວມມືພາກພື້ນ, ແລະ ໄດ້ກໍານົດໜ້າທີ່ຍຸດທະສາດຈໍານວນໜຶ່ງຊຶ່ງກວມເອົາ 16 ຂົງເຂດວຽກງານ. ພວກເຮົາເຊື່ອວ່າ, ໜ້າທີ່ສໍາຄັນດັ່ງກ່າວຈະສາມາດປະສົມປະສານ ແລະ ເຊື່ອງໂຍງກັນກັບໜ້າທີ່ຍຸດທະສາດຂອງແຜນການ 5 ປີຄັ້ງທີ 10 ຂອງລາວ, ທັງເອກະພາບກັນຢ່າງສູງກັບເປົ້າໝາຍສູ້ຊົນຂອງການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ “ສະບັບ 2.0” ທີ່ສາມັກຄີຮ່ວມມືກັນ, ເປີດກວ້າງກວມລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສີຂຽນ ແລະ ປະດິດສ້າງໃໝ່, ສັນຕິພາບ ແລະ ມີຄວາມສະຫງົບສຸກ.
ຈີນຍິນດີທີ່ຈະສືບຕໍ່ຮ່ວມກັບຝ່າຍລາວ, ໃຊ້ຄວາມພະຍາຍາມຮ່ວມກັນເພື່ອເຮັດໃຫ້ໝາກຜົນການ ຮ່ວມມືຂອງພວກເຮົາສະແດງໃຫ້ເຫັນເຖິງໃນດ້ານການຮັກສາສຸຂະພາບຂອງປະຊາຊົນ ສົ່ງເສີມການຄ້າໃຫ້ມີການພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງປວງຊົນທັງຫຼາຍໃຫ້ນັບມື້ດີຂຶ້ນກວ່າເກົ່າ,ເຮັດໃຫ້ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກາຍເປັນໂຄງການແຫ່ງຄວາມຜາສຸກທີ່ສາມາດເບິ່ງເຫັນໄດ້ ສາມາດ ສໍາຜັດໄດ້ ແລະ ສາມາດຮູບຮູ້ໄດ້ເປັນຢ່າງດີ ເພື່ອປະກອບສ່ວນເຂົ້າໃນການສ້າງ “ຫ້າຄອບຄົວໃຫຍ່”ຂອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄື ຄອບຄົວທີ່ສັນຕິພາບ, ຄອບຄົວທີ່ສະຫງົບສຸກ, ຄອບຄົວທີ່ຄວາມຈະເລີນ ຮຸ່ງເຮືອງ, ຄອບຄວບທີ່ສວຍງາມ ແລະ ຄອບຄົວທີ່ມິດໄມຕີ, ສ້າງໃຫ້ເປັນປະຊາຄົມຮ່ວມຊາຕາກໍາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
