ທ່ານ ຈັ່ງເສີຜິງ ກົງສຸນໃຫຍ່ປະຈຳຫຼວງພະບາງໄດ້ພົບປະກັບທ່ານ ສົມພອນ, ປະທານແນວລາວສ້າງຊາດຫຼວງພະບາງ
2026-06-10 15:40
ໃນວັນທີ 5 ມິຖຸນາ,ທ່ານ ຈັ່ງເສີຜິງ ກົງສຸນໃຫຍ່ປະຈຳຫຼວງພະບາງໄດ້ພົບປະກັບທ່ານ ສົມພອນ ກຳມະການພັກແຂວງຫຼວງພະບາງ ແລະ ປະທານແນວລາວສ້າງຊາດແຂວງ.

ທັງສອງຝ່າຍຕົກລົງເຫັນດີວ່າ ຈະຖືເອົາວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວ ແລະ "ປີມິດຕະພາບຈີນ-ລາວ" ເປັນໂອກາດ ເພື່ອຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມທີ່ສຳຄັນທີ່ຜູ້ນຳສູງສຸດຂອງສອງພັກ ແລະ ສອງປະເທດໄດ້ບັນລຸ, ປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕະກໍາຈີນ-ລາວ.
