ໃນວັນທີ 29 ກໍລະກົດນີ້, ກ່ອນວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 99 ປີ(1 ສິງຫາ 1927 - 1ສິງຫາ 2026 )ທີ່ຈະມາເຖິງນີ້, ທ່ານ ຈັ່ງເສີຜິງ ກົງສຸນໃຫຍ່ ແຫ່ງ ສປຈີນ ປະຈຳຫຼວງພະບາງ ໄດ້ພົບປະກັບທ່ານທອງລາ ໄຊຍະວົງສັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງພ້ອມດ້ວຍຄະນະ ທີ່ເຂົ້າອວຍພອນຢູ່ສະຖານກົງສຸນຈີນ.

ທ່ານ ຈັ່ງເສີຜິງ ກ່າວວ່າ ສອງກອງທັບຈີນ-ລາວ ໄດ້ຄຽງບ່າຄຽງໄຫຼ່ກັນໃນການຕໍ່ສູ້ສັດຕູພາຍນອກໃນອະດີດ ແລະ ໄດ້ຮັບມືກັນເພື່ອປົກປ້ອງສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນໃນໄລຍະຜ່ານມາ. ສະຖານກົງສຸນໃຫຍ່ ແຫ່ງ ສປຈີນປະຈຳຫຼວງພະບາງຍີນດີທີ່ຈະຮ່ວມມືກັບກອງບັນຊາການທະຫານແຂວງຫຼວງພະບາງ ຈັດຕັ້ງປະຕິບັດຄວາມເຫັນເປັນເອກະພາບກັນທີ່ສຳຄັນຂອງຜູ້ນຳສູງສຸດສອງພັກສອງລັດ, ປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່.

ທ່ານທອງລາ ໄຊຍະວົງສັກ ກ່າວວ່າ ກອງບັນຊາການທະຫານແຂວງຫຼວງພະບາງ ຈະປະຕິບັດຕາມທິດທາງ ໝັ້ນຄົງຍາວນານ,ມິດຕະພາບຖານບ້ານໃກ້ເຮືອນຄຽງ,ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ,ການຮ່ວມມືຮອບດ້ານ ແລະທິດ 4 ດີທີ່ສອງພັກ-ສອງລັດໄດ້ຕົກລົງຮ່ວມກັນໃຫ້ເລິກເຊີ່ງ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງກອງທັບລາວ-ຈີນ.