ໜ້າຫຼັກ > ວຽກງານເຄື່ອນໄຫວສະຖານກົງສຸນໃຫຍ່
ທ່ານ ຈັ່ງເສີຜິງ ກົງສຸນໃຫຍ່ປະຈຳຫຼວງພະບາງ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ເພື່ອມິດຕະພາບຈີນ-ລາວ ທີ່ບ້ານຖິ່ນຊົມ
2026-07-31 18:49

ໃນວັນທີ 30 ກໍລະກົດນີ້, ກິດຈະກຳປູກຕົ້ນໄມ້ເພື່ອສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ ແລະ ລາວ ແລະ "ປີມິດຕະພາບຈີນ-ລາວ" ໄດ້ຈັດຂຶ້ນທີ່ບ້ານຖິ່ນຊົມ, ນະຄອນຫຼວງພະບາງ. ທ່ານ ຈັ່ງເສີຜິງ ກົງສຸນໃຫຍ່ ແຫ່ງ ສປຈີນ ປະຈຳຫຼວງພະບາງ, ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງນະຄອນຫຼວງພະບາງ,  ຜູ້ຕາງໜ້າຈາກພາກສ່ວນກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະນະຄອນຫຼວງພະບາງ, ພ້ອມທັງຊາວບ້ານໄດ້ເຂົ້າຮ່ວມ.

ທ່ານ ຈັ່ງເສີຜິງ ໄດ້ກ່າວວ່າ ໃນໂອກາດການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ ແລະ ລາວຄົບຮອບ 65 ປີ ແລະ "ປີມິດຕະພາບຈີນ-ລາວ", ການຈັດກິດຈະກຳປູກຕົ້ນໄມ້ຢູ່ບ້ານຖິ່ນຊົມ, ເຊິ່ງເປັນບ້ານເອື້ອຍນ້ອງສາກົນຂອງບ້ານສິບແປດຖ້ຳ, ບ່ອນກຳເນີດຂອງແນວຄິດ "ການຫຼຸດຜ່ອນຄວາມທຸກຍາກຕາມເປົ້າໝາຍ," ບໍ່ພຽງແຕ່ເປັນມາດຕະການເພື່ອສະແດງໃຫ້ເຫັນເຖິງການຮ່ວມມືທາງດ້ານການພັດທະນາແບບສີຂຽວ ແລະ ຍືນຍົງເທົ່ານັ້ນ, ແຕ່ຍັງເປັນການກະທຳທີ່ເປັນຮູບປະທຳເພື່ອເສີມຂະຫຍາຍມິດຕະພາບຈີນ-ລາວ. ຫວັງວ່າທຸກພາກສ່ວນຂອງສອງຝ່າຍຈີນ-ລາວ ຈະຮ່ວມມືກັນ ເພື່ອເປັນຜູ້ປະຕິບັດໃນການເສີມຂະຫຍາຍມິດຕະພາບຈີນ-ລາວ ແລະ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ຢ່າງຕໍ່ເນື່ອງ.

ທ່ານ ສະເຫວີຍ ສີລາວັນ ກ່າວວ່າ ກິດຈະກຳປູກຕົ້ນໄມ້ຢູ່ບ້ານຖິ່ນຊົມ ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຖານກົງສຸນໃຫຍ່ ແຫ່ງ ສປຈີນ ປະຈຳຫຼວງພະບາງນີ້, ສະແດງໃຫ້ເຫັນເຖິງມິດຕະພາບລາວ-ຈີນ ແລະຈະສົ່ງເສີມການປັບປຸງສະພາບແວດລ້ອມທາງດ້ານນິເວດວິທະຍາໃຫ້ດີຂຶ້ນ ຊຸກຍູ້ຂະແໜງການທ່ອງທ່ຽວມີການພັດທະນາແບບຍືນຍົງ. 

ການປູກຕົ້ນໄມ້ໃນຄັ້ງນີ້ມີຕົ້ນໄມ້ນຳມາປູກທັງໝົດ 65 ຕົ້ນ ເຊິ່ງລຽບຕາມເສັ້ນທາງທ່ອງທ່ຽວຕາດກວາງຊີລວມທັງບ້ານຖິ່ນຊົມ.

ສະຫງວນລິຂະສິດ ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ