(ພົນລະເມືອງຈາກປະເທດອື່ນ ສາມາດພົວພັນເບີໂທດັ່ງລຸ່ມນີ້)
ເບີໂທສອບຖາມຂໍ້ມູນ: 071-252439
ວີຊາທ່ອງທ່ຽວ ( ວີຊາ L, ສຳຫຼັບຄົນຕ່າງປະເທດເດີນທາງໄປທ່ອງທ່ຽວປະເທດຈີນ, ມີອາຍຸການນໍາໃຊ້ 3 ເດືອນ )
1.ຕ້ອງປະກອບເອກະສານທີ່ກ່ຽວຂ້ອງ ຕາມເງື່ອນໄຂຂອງປະເພດວີຊາທີ່ຕ້ອງການສະໝັກດັ່ງວິທີຕໍ່ໄປນີ້:
1.1ກໍລະນີໄປທ່ອງທ່ຽວຈີນດ້ວຍຂີ່ຍົນ ຫຼື ລົດໄຟຕ້ອງມີ:
ແຈ້ງປີ້ຍົນປີ້ຈ່ອງຂາໄປຂາກັບ ຫຼື ປີ້ລົດໄຟ ແລະ ເອກະສານຈ່ອງໂຮງແຮມ ( ປິ່ນອອກເປັນສະບັບເຈ້ຍ )
1.2ກໍລະນີມີໜັງສືເຊື້ອເຊີນຈາກຄົນຈີນ:
ແຈ້ງໜັງສືເຊື້ອເຊີນ ( ຜູ້ເຊີນຕ້ອງແມ່ນຄົນຈີນ ) ແລະ ບັດປະຈຳຕົວຂອງຜູ້ເຊີນ ( ປິ່ນອອກເປັນສະບັບເຈ້ຍ )
( ກໍລະນີມີໜັງສືເຊື້ອເຊີນບໍ່ຈຳເປັນຕ້ອງແຈ້ງປີ້ຍົນ ແລະ ທີ່ຈ່ອງໂຮງແຮມ )
2.ສະໝັກແບບຟອມອອນລາຍ
ເຂົ້າເວັບໄຊ້: "https://consular.mfa.gov.cn/VISA/" ສະໝັກແບບຟອມອອນລາຍ, ປິ່ນອອກ ແລະ ເຊັນຊື່.
ເວລາສະໝັກຟອມຕ້ອງໃສ່ເບີໂທຂອງຜູ້ສະໝັກວີຊາ!ຫ້າມໃສ່ເບີໂທຂອງບຸກຄົນອື່ນ ( ໂດຍສະເພາະແມ່ນຫ້າມໃສ່ເບີໂທຂອງນາຍໜ້າຮັບແລ່ນເອກະສານ !)
3.ຍື່ນເອກະສານທີ່ສະຖານກົງສຸນໃຫຍ່ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳຫຼວງພະບາງ
ຜູ້ສະໝັກວີຊາຕ້ອງພົກພາເອກະສານທັງໝົດດັ່ງຂ້າງເທິງທີ່ກ່າວມານັ້ນ ມາຍື່ນຕອນເຊົ້າຕາມໂມງລັດຖະການທີ່ກຳນົດໄວ້ ທີ່ສະຖານກົງສຸນໃຫຍ່ ສປ ຈີນ, ລະບຸວີຊາທີ່ຕ້ອງການຂໍແບບດ່ວນ (ລາຄາ $48, ໃຊ້ເວລາ 2 ມື້ລັດຖະການ) ຫຼື ແບບທຳມະດາ (ລາຄາ $11, ໃຊ້ເວລາ 4 ມື້ລັດຖະການ).
4.ວິທີຊໍາລະຄ່າທຳນຽມ ແລະ ມາຮັບເອກະສານ
ຜູ້ສະໝັກວີຊາຕ້ອງມາເອົາບິນວີຊາຕາມນັດ ທີ່ສະຖານກົງສຸນໃຫຍ່ ຈີນ ແລະ ສາມາດແລກປ່ຽນເງີນໂດລາ (ເງິນສົດ) ໄວ້ລ່ວງໜ້າຕາມຄວາມເໝາະສົມ ເພື່ອໄປຊຳລະຄ່າທຳນຽມວີຊາທີ່ ທະນາຄານການຄ້າຕ່າງປະເທດ ສາຂາແຂວງຫຼວງພະບາງ ທີ່ບ້ານໂພນແພງ ( ຫ້າມຊໍາລະ ຫຼື ໂອນຜ່ານມືຖືເດັດຂາດ ), ຫຼັງຈາກນັ້ນເອົາໃບບິນວີຊາ ແລະ ໃບມອບເງີນສົດຂອງທະນາຄານດັ່ງກ່າວມາຮັບເອົາວີຊາ.
ທະນາຄານປິດ ເວລາ 15:00!
ວີຊາຢາມຄອບຄົວ ( ວີຊາ Q, ສຳຫຼັບຄູ່ຜົວເມຍທີ່ມີໃບຢັ້ງຢືນການແຕ່ງດອງແລ້ວ ແລະ ສະມາຊິກໃນຄອບຄົວຂອງຝ່າຍຜົວ ຫຼື ເມຍ )
( ວີຊາ Q1 ໄລຍະຍາວ, ມີອາຍຸການນໍາໃຊ້ 3 ເດືອນ, ຜູ້ກ່ຽວຕ້ອງຍື່ນຂໍໃບອະນຸຍາດພັກເຊົາໃຫ້ສຳເລັດພາຍໃນ 30 ວັນນັບແຕ່ມື້ທີ່ເຂົ້າປະເທດຈີນ; ວີຊາ Q2 ໄລຍະສັ້ນ, ມີອາຍຸການນໍາໃຊ້ 3 ເດືອນ, ບໍ່ຈຳເປັນຕ້ອງຂໍໃບອະນຸຍາດພັກເຊົາ ).
1.ຕ້ອງປະກອບເອກະສານທີ່ກ່ຽວຂ້ອງ ຕາມເງື່ອນໄຂຂອງປະເພດວີຊາ ທີ່ຕ້ອງການສະໝັກດັ່ງວິທີຕໍ່ໄປນີ້:
- ໜັງສືຜ່ານແດນທີ່ມີອາຍຸການນຳໃຊ້ 6 ເດືອນຂື້ນໄປ, ຮູບ 2 ໃບຂະໜາດ 4x6 ພື້ນສີຂາວ, ໜັງສືເຊື້ອເຊີນຈາກຜູ້ເປັນຜົວ ຫຼື ເມຍ ທີ່ເປັນພົນລະເມືອງຈີນພ້ອມດ້ວຍບັດປະຈຳຕົວ ( ປິ່ນອອກເປັນສະບັບເຈ້ຍ ), ໃບຢັ້ງຢືນການແຕ່ງດອງ.
- ໃບຢັ້ງຢືນການເກີດຂອງລູກ ( ສຳຫຼັບລູກທີ່ເຂົ້າເປັນສັນຊາດລາວ )
ໝາຍເຫດ: ໃບຢັ້ງຢືນການແຕ່ງດອງລາວ ແລະ ໃບຢັ້ງຢືນການເກີດຂອງລູກ ຕ້ອງຜ່ານທະບຽນສານຢັ້ງຢືນ ແລະ ຮັບຮອງຈາກພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ, ພ້ອມດ້ວຍການຮັບຮອງຢັ້ງຢືນຜ່ານສະຖານ ທູດຈີນ, ລາຍລະອຽດດັ່ງລຸ່ມນີ້:
1.1 ໃບຢັ້ງຢືນການແຕ່ງດອງລາວ ແລະ ໃບຢັ້ງຢືນການເກີດຂອງລູກຢູ່ລາວ: ຕ້ອງນຳເອົາເອກະສານດັ່ງກ່າວ ໄປຍື່ນຢູ່ພະແນກການຕ່າງປະເທດຂອງແຂວງທີ່ຕົນຢູ່ ເພື່ອແປເປັນສະບັບພາສາຈີນ, ຈາກນັ້ນໄປຍື່ນຂໍການຢັ້ງຢືນທະບຽນສານຢູ່ກະຊວງຍຸຕິທຳ ທີ່ນະຄອນຫຼວງວຽງຈັນ, ແລ້ວໄປຍື່ນຢູ່ກົມກົງສຸນກະຊວງການຕ່າງປະເທດ ເພື່ອຢັ້ງຢືນຄຳເຫັນ ແລະ ສຸດທ້າຍຈື່ງໄປຍື່ນຢູ່ ສະຖານທູດຈີນ ປະຈຳ ສປປ ລາວ ເພື່ອຮອບຮອງ.
1.2 ໃບຢັ້ງຢືນການແຕ່ງດອງຈີນ ແມ່ນໄປຍື່ນຢູ່ພະແນກຍຸຕິທຳຂອງແຂວງທີ່ຕົນຢູ່ ( ພະແນກຍຸຕິທຳຢູ່ຈີນ ) ເພື່ອການຢັ້ງຢືນທະບຽນສານ, ແລ້ວຈຶ່ງໄປຍື່ນເອກະສານຢູ່ສະຖານທູດ ຫຼື ສະຖານກົງສຸນໃຫຍ່ລາວ ປະຈຳ ສປ ຈີນ ເພື່ອຮັບຮອງ, ຫຼັງຈາກກັບມາປະເທດລາວ ຕ້ອງນຳເອົາເອກະສານທີ່ກ່ຽວຂ້ອງ ໄປແຈ້ງຢູ່ພະແນກຄຸ້ມຄອງຄົນຕ່າງປະເທດຂອງ ປກສ ແຂວງ, ແລ້ວຈຶ່ງໄປແຈ້ງຢູ່ພະແນກພາຍໃນຂອງແຂວງ.
2.ສະໝັກແບບຟອມອອນລາຍ
ເຂົ້າເວັບໄຊ້: "https://consular.mfa.gov.cn/VISA/" ສະໝັກແບບຟອມອອນລາຍ, ປິ່ນອອກ ແລະ ເຊັນຊື່.
ເວລາສະໝັກຟອມຕ້ອງໃສ່ເບີໂທຂອງຜູ້ສະໝັກວີຊາ!ຫ້າມໃສ່ເບີໂທຂອງບຸກຄົນອື່ນ ( ໂດຍສະເພາະແມ່ນຫ້າມໃສ່ເບີໂທຂອງນາຍໜ້າຮັບແລ່ນເອກະສານ!)
3.ຍື່ນເອກະສານທີ່ສະຖານກົງສຸນໃຫຍ່ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳຫຼວງພະບາງ
ຜູ້ສະໝັກວີຊາຕ້ອງພົກພາເອກະສານທັງໝົດດັ່ງຂ້າງເທິງທີ່ກ່າວມານັ້ນ ມາຍື່ນຕອນເຊົ້າຕາມໂມງລັດຖະການທີ່ກຳນົດໄວ້ ທີ່ສະຖານກົງສຸນໃຫຍ່ ສປ ຈີນ, ລະບຸວີຊາທີ່ຕ້ອງການຂໍແບບດ່ວນ ( ລາຄາ $48, ໃຊ້ເວລາ 2 ມື້ລັດຖະການ ) ຫຼື ແບບທຳມະດາ ( ລາຄາ $11, ໃຊ້ເວລາ 4 ມື້ລັດຖະການ ).
4.ວິທີຊໍາລະຄ່າທຳນຽມ ແລະ ມາຮັບເອກະສານ
ຜູ້ສະໝັກວີຊາຕ້ອງມາເອົາບິນຕາມນັດ ທີ່ສະຖານກົງສຸນໃຫຍ່ ຈີນ ແລະ ສາມາດແລກປ່ຽນເງີນໂດລາ ( ເງິນສົດ ) ໄວ້ລ່ວງໜ້າຕາມຄວາມເໝາະສົມ ເພື່ອໄປຊຳລະຄ່າທຳນຽມວີຊາທີ່ ທະນາ ຄານການຄ້າຕ່າງປະເທດ ສາຂາແຂວງ ຫຼວງພະບາງ ທີ່ບ້ານໂພນແພງ ( ຫ້າມຊໍາລະ ຫຼື ໂອນຜ່ານມືຖືເດັດຂາດ!), ຫຼັງຈາກນັ້ນເອົາໃບບິນວີຊາ ແລະ ໃບມອບເງີນສົດຂອງທະນາຄານດັ່ງ ກ່າວມາຮັບເອົາວີຊາ.
ທະນາຄານປິດ ເວລາ 15:00!
