ກະລຸນາເລືອກປະເພດວີຊາ ທີ່ສອດຄ່ອງກັບຈຸດປະສົງຫຼັກຂອງທ່ານ ໃນການເດີນທາງໄປ ສປ ຈີນ
ປະເພດວີຊາ ແລະ ຂອບເຂດຂອງຜູ້ຂໍວີຊາ
ປະເພດວີຊາ | ຂອບເຂດຂອງຜູ້ຂໍວີຊາ |
C | ພະນັກງານທີ່ປະຕິບັດໜ້າທີ່ປະຈໍາຂະບວນລົດໄຟຖ້ຽວສາກົນ, ຈຸບິນທີ່ປະຕິບັດໜ້າທີ່ປະຈໍາເທິງເຮືອ ບິນຖ້ຽວສາກົນ, ລູກເຮືອທີ່ປະຕິບັດໜ້າທີ່ການເດີນເຮືອລະຫວ່າງປະເທດ ພ້ອມດ້ວຍຜູ້ຕິດຕາມທີ່ເປັນສະມາຊິກຄອບຄົວຂອງລູກເຮືອ ແລະ ພະນັກງານຂັບລົດທີ່ໃຫ້ການບໍລິການຂົນສົ່ງທາງບົກລະ ຫວ່າງປະເທດ. |
D | ຄົນຕ່າງປະເທດທີ່ຈະໄປດໍາລົງຊີວິດຢູ່ປະເທດຈີນຢ່າງຖາວອນ. |
F | ຄົນຕ່າງປະເທດທີ່ຈະເດີນທາງໄປເຄື່ອນໄຫວກິດຈະກໍາການແລກປ່ຽນ, ຢ້ຽມຢາມ ແລະ ສໍາຫຼວດຢູ່ປະເທດຈີນ. |
G | ຄົນຕ່າງປະເທດທີ່ຈະເດີນທາງຜ່ານປະເທດຈີນ ເພື່ອໄປຍັງປະເທດປາຍທາງ. |
J1 | ນັກຂ່າວຕ່າງປະເທດ ທີ່ຈະເດີນທາງໄປປະຈໍາຢູ່ສໍານັກງານຂອງອົງການສື່ມວນຊົນຕ່າງປະເທດ ຢູ່ ສປ ຈີນ ເປັນໄລຍະຍາວນານ ( ໄລຍະພັກເຊົາເກີນ 180 ). |
J2 | ນັກຂ່າວຕ່າງປະເທດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານສໍາພາດ ແລະ ລາຍງານຂ່າວຢູ່ ປະເທດຈີນ ເປັນໄລຍະສັ້ນ ( ໄລຍະພັກເຊົາບໍ່ເກີນ 180 ). |
L | ຄົນຕ່າງປະເທດທີ່ຈະເດີນທາງໄປທ່ອງທ່ຽວຢູ່ປະເທດຈີນ. |
M | ຄົນຕ່າງປະເທດທີ່ຈະເດີນທາງໄປເຄື່ອນໄຫວກິດຈະກໍາທາງທຸລະກິດ-ການຄ້າຢູ່ປະເທດຈີນ. |
Q1 ( ພັກເຊົາເກີນ180 ວັນ ) | (1) ຄົນຕ່າງປະເທດ ( ຄູ່ສົມລົດ, ພໍ່ແມ່, ລູກ, ຄູ່ສົມລົດຂອງລູກ, ອ້າຍເອື້ອຍນ້ອງຄີງ, ປູ່ຍ່າ, ພໍ່ເຖົ້າແມ່ເຖົ້າ, ຫຼານຜູ້ເປັນລູກຂອງລູກຊາຍ ຫຼື ລູກສາວ ແລະ ພໍ່ແມ່ຂອງຄູ່ສົມລົດ ) ທີ່ເປັນສະມາຊິກຄອບຄົວຂອງພົນລະເມືອງຈີນ ໂດຍມີຈຸດປະສົງເດີນທາງໄປຍື່ນຂໍໃບອະນຸຍາດພັກເຊົາ ເພື່ອໃຊ້ຊີວິດຢູ່ຮ່ວມກັບຄອບຄົວຢູ່ປະເທດຈີນ ເປັນໄລຍະຍາວນານ. (2) ຄົນຕ່າງປະເທດ ( ຄູ່ສົມລົດ, ພໍ່ແມ່, ລູກ, ຄູ່ສົມລົດຂອງລູກ, ອ້າຍເອື້ອຍນ້ອງຄີງ, ປູ່ຍ່າ, ພໍ່ເຖົ້າແມ່ເຖົ້າ, ຫຼານຜູ້ເປັນລູກຂອງລູກຊາຍ ຫຼື ລູກສາວ ແລະ ພໍ່ແມ່ຂອງຄູ່ສົມລົດ ) ທີ່ເປັນສະມາຊິກຄອບ ຄົວຂອງ ຄົນຕ່າງປະເທດທີ່ມີສິດພັກເຊົາຖາວອນຢູ່ປະເທດຈີນ ໂດຍມີຈຸດປະສົງເດີນທາງໄປຍື່ນຂໍໃບອະນຸຍາດພັກເຊົາ ເພື່ອໃຊ້ຊີວິດຢູ່ຮ່ວມກັບຄອບຄົວຢູ່ປະເທດຈີນ ເປັນໄລຍະຍາວນານ. (3) ຄົນຕ່າງປະເທດ ທີ່ມີຈຸດປະສົງເດີນທາງໄປຍື່ນຂໍໃບອະນຸຍາດພັກເຊົາຢູ່ປະເທດຈີນ ດ້ວຍເຫດ ຜົນການຝາກເບິ່ງແຍງ-ລ້ຽງດູ ( Foster Care) ເປັນຕົ້ນ. |
Q2 ( ພັກເຊົາບໍ່ເກີນ180 ວັນ ) | ຍາດພີ່ນ້ອງຕ່າງປະເທດ ທີ່ຈະເດີນທາງໄປຢ້ຽມຢາມ ສະມາຊິກຄອບຄົວທີ່ເປັນພົນລະເມືອງຈີນ ຫຼື ຄົນຕ່າງປະເທດ ( ຜູ້ມີສິດພັກເຊົາຖາວອນຢູ່ປະເທດຈີນ) ທີ່ດໍາລົງຊີວິດຢູ່ປະເທດຈີນ ເປັນໄລຍະສັ້ນ. |
R | ນັກຊ່ຽວຊານຕ່າງປະເທດ ຫຼື ບຸກຄະລາກອນຕ່າງປະເທດທີ່ມີຄວາມສາມາດລະດັບສູງ ທີ່ປະເທດຈີນຂາດແຄນ ແລະ ຕ້ອງການຢ່າງຮີບດ່ວນ. |
S1 ( ພັກເຊົາເກີນ 180 ວັນ ) | (1) ຄົນຕ່າງປະເທດທີ່ເປັນຄູ່ສົມລົດ, ພໍ່ແມ່, ພໍ່ແມ່ຂອງຄູ່ສົມລົດ, ລູກທີ່ມີອາຍຸຕໍ່າກວ່າ 18 ປີ ຂອງຄົນຕ່າງປະເທດ ( ຜູ້ທີ່ພັກເຊົາຢູ່ໃນປະເທດຈີນຍ້ອນເຮັດວຽກ, ສຶກສາຮໍ່າຮຽນ ຫຼື ເຫດຜົນອື່ນໆ ) ໂດຍມີຈຸດປະສົງເດີນທາງໄປຢ້ຽມຢາມຄອບຄົວຢູ່ປະເທດຈີນ ເປັນໄລຍະຍາວນານ. (2) ຄົນຕ່າງປະເທດທີ່ມີຄວາມຈໍາເປັນຕ້ອງພັກເຊົາຢູ່ປະເທດຈີນ ເປັນໄລຍະຍາວນານ ຍ້ອນວຽກ ສ່ວນຕົວອື່ນໆ. |
S2 ( ພັກເຊົາບໍ່ເກີນ 180 ວັນ ) | (1) ຄົນຕ່າງປະເທດ ( ຄູ່ສົມລົດ, ພໍ່ແມ່, ລູກ, ຄູ່ສົມລົດຂອງລູກ, ອ້າຍເອື້ອຍນ້ອງຄີງ, ປູ່ຍ່າ, ພໍ່ເຖົ້າແມ່ເຖົ້າ, ຫຼານຜູ້ເປັນລູກຂອງລູກຊາຍ ຫຼື ລູກສາວ ແລະ ພໍ່ແມ່ຂອງຄູ່ສົມລົດ ) ທີ່ເປັນສະມາຊິກຄອບຄົວຂອງຄົນຕ່າງປະເທດ ( ຜູ້ທີ່ພັກເຊົາຢູ່ໃນປະເທດຈີນຍ້ອນເຮັດວຽກ, ສຶກສາຮໍ່າຮຽນ ຫຼື ເຫດຜົນອື່ນໆ ) ໂດຍມີຈຸດປະສົງເດີນທາງໄປຢ້ຽມຢາມຄອບຄົວຢູ່ປະເທດຈີນ ເປັນໄລຍະສັ້ນ. (2) ຄົນຕ່າງປະເທດທີ່ມີຄວາມຈໍາເປັນຕ້ອງພັກເຊົາຢູ່ປະເທດຈີນ ເປັນໄລຍະສັ້ນ ຍ້ອນວຽກສ່ວນຕົວ ອື່ນໆ |
X1 | ຄົນຕ່າງປະເທດ ທີ່ຈະເດີນທາງໄປສຶກສາຮໍ່າຮຽນເປັນໄລຍະຍາວນານຢູ່ປະເທດຈີນ ( ໄລຍະພັກເຊົາເກີນ 180 ວັນ ). |
X2 | ຄົນຕ່າງປະເທດ ທີ່ຈະເດີນທາງໄປສຶກສາຮໍ່າຮຽນເປັນໄລຍະສັ້ນຢູ່ປະເທດຈີນ ( ໄລຍະພັກເຊົາບໍ່ເກີນ 180 ວັນ ). |
Z | ຄົນຕ່າງປະເທດທີ່ຈະເດີນທາງໄປເຮັດວຽກຢູ່ປະເທດຈີນ. |
ເວລາຍື່ນຂໍວີຊາ, ທ່ານຕ້ອງປະກອບເອກະສານດັ່ງລຸ່ມນີ້:
ໜຶ່ງ. ເອກະສານພື້ນຖານທີ່ຕ້ອງປະກອບມີຄືດັ່ງລຸ່ມນີ້:
1. ໜັງສືຜ່ານແດນສະບັບຕົ້ນ ທີ່ມີອາຍຸການນໍາໃຊ້ 6 ເດືອນຂຶ້ນໄປ ແລະ ມີໜ້າວ່າງເປົ່າສໍາລັບປະທັບຕາວີຊາ ພ້ອມດ້ວຍໜ້າຂໍ້ມູນບຸກຄົນຂອງໜັງສືຜ່ານແດນດັ່ງກ່າວ ສະບັບສໍາເນົາໜຶ່ງຊຸດ.
2. ແບບຟອມຂໍວີຊາ ແລະ ຮູບຖ່າຍ : ແບບຟອມສະໝັກວີຊາ ສປ ຈີນ 1 ຊຸດ ແລະ ຮູບຖ່າຍທີ່ຕິດແບບຟອມດັ່ງກ່າວ 1 ໃບ ( ຮູບຖ່າຍປັດຈຸບັນ, ເຊິ່ງໜ້າ, ພາບພື້ນຫຼັງສີຂາວ, ບໍ່ໃຫ້ມີສິ່ງຂອງບັງໃບໜ້າ, ຫ້າມຖືໝວກ ).
3. ເອກະສານທີ່ຢັ້ງຢືນການພັກເຊົາ ຫຼື ໃບອະນຸຍາດພັກເຊົາ ທີ່ຖືກຕ້ອງຕາມກົດໝາຍ ( ສໍາລັບຄົນຕ່າງປະເທດທີ່ຂໍວີຊາຈີນ ໃນປະເທດທີ່ບໍ່ແມ່ນປະເທດສັນຊາດຂອງຕົນເອງ ) : ຖ້າຫານທ່ານຂໍວີຊາຈີນ ໃນປະເທດທີ່ບໍ່ແມ່ນປະເທດສັນຊາດຂອງຕົນເອງ, ທ່ານຕ້ອງສະໜອງເອກະສານຢັ້ງຢືນການພັກເຊົາ ທີ່ຖືກຕ້ອງຕາມກົດໝາຍ ເຊັ່ນ: ໜັງສືຢັ້ງຢືນການພັກເຊົາ, ໃບອະນຸຍາດພັກເຊົາ, ໃບອະນຸຍາດເຮັດວຽກ ແລະ ໃບອະນຸດຍາດພັກເຊົາສໍາລັບການສຶກສາ ທີ່ຍັງມີຜົນບັງຄັບໃຊ້ ຫຼື ວີຊາທີ່ຍັງມີຜົນບັງຄັບໃຊ້ຂອງປະເທດທີ່ທ່ານພັກເຊົາໃນຂະນະນັ້ນ ທັງສະບັບຕົ້ນ ແລະ ສະບັບສໍາເນົາ.
4. ໜັງສືຜ່ານແດນຈີນ ຫຼື ວີຊາຈີນທີ່ເປັນສະບັບຕົ້ນ ( ສໍາລັບຜູ້ທີ່ເຄີຍມີສັນຊາດຈີນ ຊຶ່ງຕໍ່ມາໄດ້ຈົດທະບຽນເປັນສັນຊາດຕ່າງປະເທດພາຍຫຼັງ ) : ໃນກໍລະນີທີ່ທ່ານຂໍວີຊາຈີນເປັນຄັ້ງທໍາອິດ, ທ່ານຕ້ອງສະໜອງໜັງສືຜ່ານແດນຈີນ ສະບັບຕົ້ນ ພ້ອມທັງສໍາເນົາໜ້າທໍາອິດທີ່ມີຂໍ້ມູນບຸກຄົນຂອງໜັງສືຜ່ານແດນດັ່ງກ່າວ. ໃນ ກໍລະນີທີ່ທ່ານເຄີຍໄດ້ວີຊາຈີນມາກ່ອນແລ້ວ ແລະ ຈະຂໍວີຊາຈີນ ດ້ວຍໜັງສືຜ່ານແດນຕ່າງປະເທດທີ່ປ່ຽນ ໃໝ່, ທ່ານຕ້ອງສໍາເນົາໜ້າຂໍ້ມູນບຸກຄົນຂອງໜັງສືຜ່ານແດນເຫຼັ້ມເກົ່າ ແລະ ໜ້າທີ່ປະທັບຕາວີຊາຈີນທີ່ເຄີຍໄດ້ມາກ່ອນ ເພື່ອຍື່ນຕໍ່ເຈົ້າໜ້າທີ່ກົງສຸນ. ( ຖ້າຫາກວ່າ ຊື່ ແລະ ນາມສະກຸນ ຂອງໜັງສືຜ່ານແດນເຫຼັ້ມໃໝ່ບໍ່ກົງກັບເຫຼັ້ມເກົ່າ, ທ່ານຕ້ອງສະໜອງເອກະສານທີ່ຢັ້ງຢືນການດັດແກ້ຂໍ້ມູນໃນການປ່ຽນແປງ ຊື່ ແລະ ນາມ ສະກຸນ ຈາກພາກສ່ວນທາງການທີ່ກ່ຽວຂ້ອງ ).
ສອງ. ເອກະສານເພີ່ມເຕີມອື່ນໆທີ່ຕ້ອງປະກອບມີຄືດັ່ງລຸ່ມນີ້:
ວີຊາ - C :
ໜັງສືເຊື້ອເຊີນທີ່ອອກໃຫ້ໂດຍ ອົງການທີ່ກ່ຽວຂ້ອງໃນປະເທດຈີນ ຫຼື ໜັງສືຄໍ້າປະກັນທີ່ອອກໃຫ້ໂດຍ ບໍລິສັດຂົນສົ່ງຕ່າງປະເທດ.
ວີຊາ - D:
ແບບຟອມຢືນຢັນສະຖານະການພັກເຊົາຢາງຖາວອນຂອງຄົນຕ່າງປະເທດ ( Confirmation Form for Foreigners Permanent Residence Status ) ທີ່ອອກໃຫ້ໂດຍ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປ ຈີນ ທັງສະບັບຕົ້ນ ແລະ ສະບັບສໍາເນົາ.
ຂໍ້ຄວນລະວັງ: ຜູ້ຖືວີຊາດັ່ງກ່າວເມື່ອເດີນທາງເຂົ້າ ສປ ຈີນ ແລ້ວ, ຜູ້ກ່ຽວຕ້ອງໄປຍື່ນຂໍໃບອະນຸຍາດພັກເຊົາຈາກພາກສ່ວນຕໍາຫຼວດກວດຄົນເຂົ້າ - ອອກເມືອງ ຂອງກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງຂຶ້ນໄປ ໃນເຂດທີ່ຕົນເອງຈະພັກເຊົາພາຍໃນ 30 ວັນນັບແຕ່ມື້ທີ່ເດີນທາງເຂົ້າປະເທດຈີນ.
ວີຊາ - F:
ໜັງສືເຊື້ອເຊີນທີ່ອອກໃຫ້ໂດຍບຸກຄົນ ຫຼື ອົງການທີ່ກ່ຽວຂ້ອງໃນປະເທດຈີນ, ຊຶ່ງເນື້ອໃນຂອງໜັງສືເຊື້ອເຊີນດັ່ງກ່າວຕ້ອງລະບຸຂໍ້ມູນລາຍລະອຽດດັ່ງລຸ່ມນີ້:
1. ຂໍ້ມູນຂອງຜູ້ຖືກເຊີນ: ຊື່ ແລະ ນາມສະກຸນ, ເພດ, ວັນເດືອນປີເກີດເປັນຕົ້ນ.
2. ຂໍ້ມູນການເດີນທາງຂອງຜູ້ຖືກເຊີນ: ຈຸດປະສົງຂອງການເດີນທາງໄປປະເທດຈີນ, ວັນເດືອນປີເຂົ້າ - ອອກປະເທດຈີນ, ສະຖານທີ່ທີ່ຈະໄປຢ້ຽມຢາມໃນປະເທດຈີນ, ສາຍພົວພັນລະຫວ່າງ ຜູ້ຖືກເຊີນ ແລະ ຜູ້ເຊີນ ຫຼື ອົງການທີ່ເປັນຝ່າຍເຊື້ອເຊີນ, ແຫຼ່ງຄ່າໃຊ້ຈ່າຍເປັນຕົ້ນ.
3. ຂໍ້ມູນຂອງຜູ້ເຊີນ ຫຼື ຂໍ້ມູນຂອງອົງການທີ່ເປັນຝ່າຍເຊື້ອເຊີນ: ຊື່ເອີ້ນຂອງອົງການທີ່ເປັນຝ່າຍເຊື້ອເຊີນ ຫຼື ຊື່ ແລະ ນາມສະກຸນຂອງຜູ້ເຊີນ, ເບີໂທຕິດຕໍ່, ທີ່ຢູ່, ຕາປະທັບຂອງອົງການທີ່ເປັນຝ່າຍເຊື້ອເຊີນ, ລາຍເຊັນຂອງຜູ້ຕາງໜ້ານິຕິບຸກຄົນ ຫຼື ລາຍເຊັນຂອງຜູ້ເຊີນເປັນຕົ້ນ.
ວີຊາ - G:
ປີ້ເຮືອບິນ ຫຼື ປີ້ລົດໄຟ ຫຼື ປີ້ເຮືອ ທີ່ເດີນທາງຕໍ່ເນື່ອງໄປຍັງປະເທດທີ່ສາມ ຫຼື ເຂດແຂວ້ນທີ່ເປັນຈຸດໝາຍປາຍທາງ ( ປີ້ດັ່ງກ່າວຕ້ອງແມ່ນປີ້ທີ່ຢືນຢັນວັນເດືອນປີການເດີນທາງ ແລະ ໄດ້ລະບຸເບີບ່ອນນັ່ງເປັນທີ່ຮຽບຮ້ອຍແລ້ວ ).
ວີຊາ - J1:
ໜັງສືແຈ້ງການວີຊາທາງລັດຖະການ ( Visa Notification Letter ) ທີ່ອອກໃຫ້ໂດຍ ກົມການຂ່າວ ຂອງກະຊວງການຕ່າງປະເທດແຫ່ງ ສປ ຈີນ ພ້ອມດ້ວຍໜັງສືທາງທາງການ ຂອງອົງການສື່ມວນຊົນທີ່ຜູ້ຂໍວີຊາສັງກັດ.
ຜູ້ຂໍວີຊາ ຄວນປະສານງານຫາຂະແໜງການຂ່າວຂອງ ສະຖານທູດ ຫຼື ສະຖານກົງສຸນ ( ໃຫຍ່ ) ແຫ່ງ ສປ ຈີນ ກ່ອນ, ເພື່ອດໍາເນີນການປະກອບເອກະສານໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
ຂໍ້ຄວນລະວັງ: ຜູ້ຖືວີຊາດັ່ງກ່າວເມື່ອເດີນທາງເຂົ້າ ສປ ຈີນ ແລ້ວ, ຜູ້ກ່ຽວຕ້ອງໄປຍື່ນຂໍໃບອະນຸຍາດພັກເຊົາຈາກພາກສ່ວນຕໍາຫຼວດກວດຄົນເຂົ້າ - ອອກເມືອງ ຂອງກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງຂຶ້ນໄປ ໃນເຂດທີ່ຕົນເອງຈະພັກເຊົາ ພາຍໃນ 30 ວັນນັບແຕ່ມື້ທີ່ເດີນທາງເຂົ້າປະເທດຈີນ.
ວີຊາ - J2:
ໜັງສືແຈ້ງການວີຊາທາງລັດຖະການ ( Visa Notification Letter ) ທີ່ອອກໃຫ້ໂດຍ ກົມການຂ່າວຂອງກະຊວງການຕ່າງປະເທດແຫ່ງ ສປ ຈີນ ຫຼື ອົງການທີ່ມີສິດກ່ຽວຂ້ອງ ພ້ອມດ້ວຍໜັງສືທາງການຂອງອົງການສື່ມວນຊົນທີ່ຜູ້ຂໍວີຊາສັງກັດ.
ຜູ້ຂໍວີຊາຄວນປະສານງານຫາ ຂະແໜງການຂ່າວຂອງ ສະຖານທູດ ຫຼື ສະຖານກົງສຸນ (ໃຫຍ່) ແຫ່ງ ສປ ຈີນ ກ່ອນ, ເພື່ອດໍາເນີນການປະກອບເອກະສານໃຫ້ຢ່າງຖືກຕ້ອງ ແລະ ຄົບຖ້ວນ.
ວີຊາ - L:
ປີ້ຈອງເຮືອບິນຂາໄປ-ຂາກັບ, ເອກະສານຈອງໂຮງແຮມ, ແຜນການເດີນທາງ ແລະ ເອກະສານອື່ນໆ ຫຼື ໜັງສືເຊື້ອເຊີນທີ່ອອກໃຫ້ໂດຍ ບຸກຄົນ ຫຼື ອົງການຈັດຕັ້ງໃນປະເທດຈີນ, ຊຶ່ງເນື້ອໃນຂອງໜັງສືເຊື້ອເຊີນຕ້ອງລະບຸຂໍ້ມູນລາຍລະອຽດດັ່ງຕໍ່ໄປນີ້:
1. ຂໍ້ມູນຂອງຜູ້ຖືກເຊີນ: ຊື່ ແລະ ນາມສະກຸນ, ເພດ, ວັນເດືອນປີເກີດເປັນຕົ້ນ.
2. ຂໍ້ມູນການເດີນທາງຂອງຜູ້ຖືກເຊີນ: ວັນເດືອນປີໃນການເດີນທາງເຂົ້າ - ອອກປະເທດຈີນ, ສະ ຖານທີ່ທີ່ຈະໄປທ່ອງທ່ຽວເປັນຕົ້ນ.
3. ຂໍ້ມູນຂອງຜູ້ເຊີນ ຫຼື ຂໍ້ມູນຂອງອົງການທີ່ເປັນຝ່າຍເຊື້ອເຊີນເຊັ່ນ: ຊື່ເອີ້ນຂອງອົງການທີ່ເປັນຝ່າຍເຊື້ອເຊີນ ຫຼື ຊື່ ແລະ ນາມສະກຸນຂອງຜູ້ເຊີນ, ເບີໂທຕິດຕໍ່, ທີ່ຢູ່, ຕາປະທັບຂອງອົງການທີ່ເປັນຝ່າຍເຊື້ອເຊີນ, ລາຍເຊັນຂອງຜູ້ຕາງໜ້ານິຕິບຸກຄົນ ຫຼື ລາຍເຊັນຂອງຜູ້ເຊີນເປັນຕົ້ນ.
ວີຊາ - M:
ເອກະສານການເຄື່ອນໄຫວກິດຈະກໍາທາງທຸລະກິດ-ການຄ້າ ຫຼື ໜັງສືເຊື້ອເຊີນຮ່ວມງານວາງສະແດງສິນຄ້າເສດຖະກິດ-ການຄ້າເປັນຕົ້ນ ທີ່ອອກໃຫ້ໂດຍຄູ່ຮ່ວມມືການຄ້າໃນປະເທດຈີນ.
1. ຂໍ້ມູນຂອງຜູ້ຖືກເຊີນ: ຊື່ ແລະ ນາມສະກຸນ, ເພດ, ວັນເດືອນປີເກີດເປັນຕົ້ນ.
2. ຂໍ້ມູນການເດີນທາງຂອງຜູ້ຖືກເຊີນ: ຈຸດປະສົງຂອງການເດີນທາງໄປປະເທດຈີນ, ວັນເດືອນປີ ການເດີນທາງເຂົ້າ-ອອກປະເທດຈີນ, ສະຖານທີ່ທີ່ຈະໄປຢ້ຽມຢາມໃນປະເທດຈີນ, ສາຍພົວພັນລະ ຫວ່າງຜູ້ຖືກເຊີນ ແລະ ຜູ້ເຊີນ ຫຼື ອົງການທີ່ເປັນຝ່າຍເຊື້ອເຊີນ, ແຫຼ່ງຄ່າໃຊ້ຈ່າຍເປັນຕົ້ນ.
3. ຂໍ້ມູນຂອງຜູ້ເຊີນ ຫຼື ຂໍ້ມູນຂອງອົງການທີ່ເປັນຝ່າຍເຊື້ອເຊີນ: ຊື່ເອີ້ນຂອງອົງການທີ່ເປັນຝ່າຍເຊື້ອເຊີນ ຫຼື ຊື່ ແລະ ນາມສະກຸນຂອງຜູ້ເຊີນ, ເບີໂທຕິດຕໍ່, ທີ່ຢູ່, ຕາປະທັບຂອງອົງການທີ່ເປັນຝ່າຍເຊື້ອເຊີນ, ລາຍເຊັນຂອງຜູ້ຕາງໜ້ານິຕິບຸກຄົນ ຫຼື ລາຍເຊັນຂອງຜູ້ເຊີນເປັນຕົ້ນ.
ວີຊາ - Q1:
ໃນກໍລະນີທີ່ໄປໃຊ້ຊີວິດ ຢູ່ຮ່ວມກັບຄອບຄົວໃນປະເທດຈີນເປັນໄລຍາວນານ ( ໄລຍະພັກເຊົາເກີນ 180 ວັນ ) ຕ້ອງສະໜອງເອກະສານດັ່ງລຸ່ມນີ້:
1. ໜັງສືເຊື້ອເຊີນທີ່ອອກໃຫ້ໂດຍ ພົນລະເມືອງຈີນ ຫຼື ຄົນຕ່າງປະເທດທີ່ມີສິດພັກເຊົາຖາວອນຢູ່ຈີນ ທີ່ດໍາລົງຊີວິດຢູ່ໃນປະເທດຈີນ, ໜັງສືເຊືອເຊີນດັ່ງກ່າວຕ້ອງລະບຸຂໍ້ມູນລາຍລະອຽດດັ່ງລຸ່ມນີ້:
1.1 ຂໍ້ມູນຂອງຜູ້ຖືກເຊີນ: ຊື່ ແລະ ນາມສະກຸນ, ເພດ, ວັນເດືອນປີເກີດເປັນຕົ້ນ.
1.2 ຂໍ້ມູນການເດີນທາງຂອງຜູ້ຖືກເຊີນ: ຈຸດປະສົງຂອງການເດີນທາງໄປປະເທດຈີນ, ວັນເດືອນປີການເດີນທາງເຂົ້າ-ອອກປະເທດຈີນ, ສະຖານທີ່ທີ່ຈະພັກເຊົາ ແລະ ໄລຍະເວລາທີ່ຈະພັກເຊົາໃນປະເທດຈີນ, ສາຍພົວພັນລະຫວ່າງ ຜູ້ຖືກເຊີນ ແລະ ຜູ້ເຊີນ, ແຫຼ່ງຄ່າໃຊ້ຈ່າຍເປັນຕົ້ນ.
1.3 ຂໍ້ມູນຂອງຜູ້ເຊີນ: ຊື່ ແລະ ນາມສະກຸນຂອງຜູ້ເຊີນ, ເບີໂທຕິດຕໍ່, ທີ່ຢູ່, ລາຍເຊັນຂອງຜູ້ເຊີນເປັນ ຕົ້ນ.
2. ບັດປະຈໍາຕົວຂອງພົນລະເມືອງຈີນທີ່ເປັນຜູ້ເຊີນ ສະບັບສໍາເນົາ ຫຼື ໜັງສືຜ່ານແດນຕ່າງປະເທດ ພ້ອມດ້ວຍບັດພັກເຊົາຢູ່ຈີນຢ່າງຖາວອນຂອງຄົນຕ່າງເທດທີ່ເປັນຜູ້ເຊີນ ສະບັບສໍາເນົາ.
3. ເອກະສານທີ່ຢັ້ງຢືນສາຍພົວພັນທາງຄອບຄົວລະຫວ່າງ ຜູຂໍວີຊາກັບຜູ້ເຊີນ ທັງສະບັບຕົ້ນ ແລະ ສະ ບັບສໍາເນົາ ( ຄູ່ສົມລົດ, ພໍ່ແມ່, ລູກ, ຄູ່ສົມລົດຂອງລູກ, ອ້າຍເອື້ອຍນ້ອງຄີງ, ປູ່ຍ່າ, ພໍ່ເຖົ້າແມ່ເຖົ້າ, ຫຼານຜູ້ເປັນລູກຂອງລູກຊາຍ ຫຼື ລູກສາວ ແລະ ພໍ່ແມ່ຂອງຄູ່ສົມລົດ ) ເຊັ່ນ: ໃບຢັ້ງຢືນການແຕ່ງດອງ, ໃບຢັ້ງຢືນການເກີດ, ໃບຢັ້ງຢືນສາຍຍາດທີ່ອອກໃຫ້ໂດຍ ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ໃບຢັ້ງຢືນສາຍຍາດທີ່ໄດ້ຜ່ານການຢັ້ງຢືນທະບຽນສານເປັນຕົ້ນ.
ໃນກໍລະນີການຝາກເບິ່ງແຍງ ແລະ ລ້ຽງດູ ຕ້ອງສະໜອງເອກະສານດັ່ງລຸ່ມນີ້:
1. ໜັງສືຢັ້ງຢືນການມອບສິດຝາກລ້ຽງດູ ທີ່ອອກໃຫ້ໂດຍ ສະຖານທູດ ຫຼື ສະຖານກົງສຸນ ( ໃຫຍ່ ) ແຫ່ງ ສປ ຈີນ ທີ່ປະຈໍາຢູ່ຕ່າງປະເທດ ຫຼື ໃບມອບສິດຝາກລ້ຽງດູ ທີ່ຜ່ານການຢັ້ງຢືນທະບຽນສານ ແລະ ຢັ້ງຢືນເອກະສານທາງກົງສຸນ ຈາກພາກທີ່ກ່ຽວຂ້ອງຂອງປະເທດທີ່ຕົນເອງພວມພັກເຊົາຢູ່ ຫຼື ໃບມອບສິດຝາກລ້ຽງດູ ທີ່ຜ່ານການຢັ້ງຢືນທະບຽນສານ ແລະ ຢັ້ງຢືນເອກະສານທາງກົງສຸນ ຈາກພາກທີ່ກ່ຽວ ຂ້ອງໃນ ສປ ຈີນ.
2. ໜັງສືຜ່ານແດນຂອງຜູ້ມອບສິດຝາກລ້ຽງດູ ທີ່ເປັນສະບັບຕົ້ນ ແລະ ສະບັບສໍາເນົາ ພ້ອມດ້ວຍເອ ກະສານທີ່ຢັ້ງຢືນສາຍພົວພັນທາງຄອບຄົວລະຫວ່າງ ຜູ້ມອບສິດ ແລະ ເດັກທີ່ຈະຝາກລ້ຽງດູ ( ໃບຢັ້ງຢືນການແຕ່ງດອງ, ໃບຢັ້ງຢືນການເກີດ, ໃບຢັ້ງຢືນສາຍຍາດທີ່ອອກໃຫ້ໂດຍ ກອງບັນຊາປ້ອງກັນຄວາມສະຫງົບ ຫຼື ໃບຢັ້ງຢືນສາຍຍາດທີ່ໄດ້ຜ່ານການຢັ້ງຢືນທະບຽນສານເປັນຕົ້ນ ).
3. ບັດປະຈໍາຕົວຂອງຜູ້ຖືກມອບສິດ ທີ່ເປັນສະບັບສໍາເນົາ ແລະ ໜັງສືເຫັນດີໃນການຮັບລ້ຽງດູ ຂອງຜູ້ຖືກມອບສິດ (ຜູ້ໄດ້ຮັບສິດໃນການຝາກລ້ຽງດູ ) ເພື່ອຢືນຢັນຄວາມຍິນຍອມໃນການຮັບຝາກລ້ຽງດູ.
4. ໃນກໍລະນີທີ່ພໍ່ແມ່ ຫຼື ພໍ່ແມ່ຝ່າຍໃດໜຶ່ງ ຂອງເດັກທີ່ຝາກລ້ຽງເປັນພົນລະເມືອງຈີນ, ຕ້ອງສະໜອງເອກະສານທີ່ຢັ້ງຢືນການພັກເຊົາຖາວອນຢູ່ຕ່າງປະເທດຂອງພໍ່ ຫຼື ແມ່ທີ່ເປັນສັນຊາດຈີນ ໃນຊ່ວງເວລາທີ່ເດັກເກີດດ້ວຍ.
ຂໍ້ຄວນລະວັງ: ຜູ້ຖືວີຊາດັ່ງກ່າວເມື່ອເດີນທາງເຂົ້າ ສປ ຈີນ ແລ້ວ, ຜູ້ກ່ຽວຕ້ອງໄປຍື່ນຂໍໃບອະນຸຍາດພັກເຊົາຈາກພາກສ່ວນຕໍາຫຼວດກວດຄົນເຂົ້າ - ອອກເມືອງ ຂອງກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງຂຶ້ນໄປໃນເຂດທີ່ຕົນເອງຈະພັກເຊົາ ພາຍໃນ 30 ວັນນັບແຕ່ມື້ທີ່ເດີນທາງເຂົ້າປະເທດຈີນ.
ວີຊາ - Q2:
1. ໜັງສືເຊື້ອເຊີນທີ່ອອກໃຫ້ໂດຍ ພົນລະເມືອງຈີນ ຫຼື ຄົນຕ່າງປະເທດ ( ຜູ້ມີສິດພັກເຊົາຖາວອນຢູ່ຈີນ) ທີ່ດໍາລົງຊີວິດຢູ່ໃນປະເທດຈີນ, ໜັງສືເຊື້ອເຊີນດັ່ງກ່າວຕ້ອງລະບຸຂໍ້ມູນລາຍລະອຽດດັ່ງລຸ່ມນີ້:
1.1 ຂໍ້ມູນຂອງຜູ້ຖືກເຊີນ: ຊື່ ແລະ ນາມສະກຸນ, ເພດ, ວັນເດືອນປີເກີດເປັນຕົ້ນ.
1.2 ຂໍ້ມູນການເດີນທາງຂອງຜູ້ຖືກເຊີນ: ຈຸດປະສົງຂອງການເດີນທາງໄປປະເທດຈີນ, ວັນເດືອນປີການເດີນທາງເຂົ້າ-ອອກປະເທດຈີນ, ສະຖານທີ່ທີ່ຈະພັກເຊົາ ແລະ ໄລຍະເວລາທີ່ຈະພັກເຊົາໃນປະເທດຈີນ, ສາຍພົວພັນລະຫວ່າງ ຜູ້ຖືກເຊີນ ແລະ ຜູ້ເຊີນ, ແຫຼ່ງຄ່າໃຊ້ຈ່າຍເປັນຕົ້ນ.
1.3 ຂໍ້ມູນຂອງຜູ້ເຊີນ: ຊື່ ແລະ ນາມສະກຸນຂອງຜູ້ເຊີນ, ເບີໂທຕິດຕໍ່, ທີ່ຢູ່, ລາຍເຊັນຂອງຜູ້ເຊີນເປັນຕົ້ນ.
2. ບັດປະຈໍາຕົວຂອງພົນລະເມືອງຈີນທີ່ເປັນຜູ້ເຊີນ ສະບັບສໍາເນົາ ຫຼື ໜັງສືຜ່ານແດນຂອງຄົນຕ່າງປະ ເທດ ພ້ອມດ້ວຍບັດພັກເຊົາຢ່າງຖາວອນຢູ່ຈີນທີ່ເປັນຜູ້ເຊີນ ສະບັບສໍາເນົາ.
ວີຊາ - R:
ນັກຊ່ຽວຊານຕ່າງປະເທດ ແລະ ບຸກຄະລາກອນຕ່າງປະເທດທີ່ມີຄວາມສາມາດສະເພາະ, ຂາດແຄນ ແລະ ຕ້ອງການຢ່າງຮີບດ່ວນ ທີ່ສອດຄ່ອງຕາມຂໍ້ກໍານົດ ແລະ ເງື່ອນໄຂໃນການພິຈາລະນໍາເຂົ້າປະເທດ ທີ່ກໍານົດໂດຍພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຈີນ.
ວີຊາ - S1:
ຕ້ອງສະໜອງເອກະສານດັ່ງລຸ່ມນີ້:
1. ໜັງສືເຊື້ອເຊີນທີ່ອອກໃຫ້ໂດຍ ຄົນຕ່າງປະເທດທີ່ພວມພັກເຊົາຢູ່ໃນ ສປ ຈີນ, ຊຶ່ງເນື້ອໃນຂອງໜັງສືເຊື້ອເຊີນຕ້ອງລະບຸຂໍ້ມູນລາຍລະອຽດດັ່ງລຸ່ມນີ້:
1.1 ຂໍ້ມູນຂອງຜູ້ຖືກເຊີນ: ຊື່ ແລະ ນາມສະກຸນ, ເພດ, ວັນເດືອນປີເກີດເປັນຕົ້ນ.
1.2 ຂໍ້ມູນການເດີນທາງຂອງຜູ້ຖືກເຊີນ: ຈຸດປະສົງຂອງການເດີນທາງໄປປະເທດຈີນ, ວັນເດືອນປີເດີນທາງເຂົ້າ - ອອກປະເທດຈີນ, ສະຖານທີ່ທີ່ຈະພັກເຊົາ ແລະ ໄລຍະເວລາທີ່ຈະພັກເຊົາໃນປະເທດຈີນ, ສາຍພົວພັນລະຫວ່າງຜູ້ຖືກເຊີນ ແລະ ຜູ້ເຊີນ, ແຫຼ່ງຄ່າໃຊ້ຈ່າຍເປັນຕົ້ນ.
1.3 ຂໍ້ມູນຂອງຜູ້ເຊີນ: ຊື່ ແລະ ນາມສະກຸນຂອງຜູ້ເຊີນ, ເບີໂທຕິດຕໍ່, ທີ່ຢູ່, ລາຍເຊັນຂອງຜູ້ເຊີນເປັນຕົ້ນ.
2. ໜັງສືຜ່ານແດນຕ່າງປະເທດ ແລະ ໃບອະນຸຍາດພັກເຊົາຢູ່ຈີນຂອງຜູ້ເຊີນ ສະບັບສໍາເນົາ.
3. ເອະສານທີ່ຢັ້ງຢືນສາຍພົວພັນທາງຄອບຄົວລະຫວ່າງ ຜູຂໍວີຊາ ແລະ ຜູ້ເຊີນ ສະບັບຕົ້ນ ແລະ ສະບັບ ສໍາເນົາ ( ຄູ່ສົມລົດ, ພໍ່ແມ່, ລູກທີ່ມີອາຍຸຕໍ່າກວ່າ 18 ປີ ແລະ ພໍ່ແມ່ຂອງຄູ່ສົມລົດ ) ເຊັ່ນ: ໃບຢັ້ງຢືນການແຕ່ງດອງ, ໃບຢັ້ງຢືນການເກີດ, ໃບຢັ້ງຢືນສາຍຍາດທີ່ອອກໃຫ້ໂດຍ ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ໃບຢັ້ງຢືນສາຍຍາດທີ່ໄດ້ຜ່ານການຢັ້ງຢືນທະບຽນສານເປັນຕົ້ນ.
ຂໍ້ຄວນລະວັງ: ຜູ້ຖືວີຊາດັ່ງກ່າວ ເມື່ອເດີນທາງເຂົ້າ ສປ ຈີນ ແລ້ວ, ຜູ້ກ່ຽວຕ້ອງໄປຍື່ນຂໍໃບອະນຸຍາດພັກເຊົາ ຈາກພາກສ່ວນຕໍາຫຼວດກວດຄົນເຂົ້າ - ອອກເມືອງ ຂອງກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງຂຶ້ນໄປ ໃນເຂດທີ່ຕົນເອງຈະພັກເຊົາ ພາຍໃນ 30 ວັນນັບແຕ່ມື້ທີ່ເດີນທາງເຂົ້າປະເທດຈີນ.
ວີຊາ - S2:
ຕ້ອງສະໜອງເອກະສານດັ່ງລຸ່ມນີ້:
1. ໜັງສືຜ່ານແດນຕ່າງປະເທດ ພ້ອມດ້ວຍໃບອະນຸຍາດພັກເຊົາຢູ່ຈີນ ຂອງຜູ້ເຊີນ ທັງສະບັບຕົ້ນ ແລະ ສະບັບສໍາເນົາ ( ໝາຍເຖິງຄົນຕ່າງປະເທດທີ່ພັກເຊົາຢູ່ໃນ ສປ ຈີນ ຍ້ອນການສຶກສາຮໍ່າຮຽນ ແລະ ເຮັດວຽກເປັນຕົ້ນ ໂດຍສະເພາະ).
2. ໜັງສືເຊື້ອເຊີນທີ່ອອກໃຫ້ໂດຍ ຄົນຕ່າງປະເທດທີ່ພັກເຊົາຢູ່ໃນ ສປ ຈີນ, ຊຶ່ງເນື້ອໃນຂອງໜັງສືເຊື້ອເຊີນຕ້ອງລະບຸຂໍ້ມູນລາຍລະອຽດດັ່ງລຸ່ມນີ້:
2.1 ຂໍ້ມູນຂອງຜູ້ຖືກເຊີນເຊັ່ນ: ຊື່ ແລະ ນາມສະກຸນ, ເພດ, ວັນເດືອນປີເກີດເປັນຕົ້ນ.
2.2 ຂໍ້ມູນການເດີນທາງຂອງຜູ້ຖືກເຊີນ: ຈຸດປະສົງຂອງການເດີນທາງໄປປະເທດຈີນ, ວັນເດືອນປີຂອງການເດີນທາງເຂົ້າ - ອອກປະເທດຈີນ, ສະຖານທີ່ທີ່ຈະໄປຢ້ຽມຢາມໃນປະເທດຈີນ, ສາຍພົວພັນລະຫວ່າງ ຜູ້ຖືກເຊີນ ແລະ ຜູ້ເຊີນ, ແຫຼ່ງຄ່າໃຊ້ຈ່າຍເປັນຕົ້ນ.
2.3 ຂໍ້ມູນຂອງຜູ້ເຊີນ: ຊື່ ແລະ ນາມສະກຸນຂອງຜູ້ເຊີນ, ເບີໂທຕິດຕໍ່, ທີ່ຢູ່, ລາຍເຊັນຂອງຜູ້ເຊີນເປັນຕົ້ນ.
3. ເອະສານທີ່ຢັ້ງຢືນສາຍພົວພັນທາງຄອບຄົວລະຫວ່າງ ຜູຂໍວີຊາ ແລະ ຜູເຊີນ ສະບັບສໍາເນົາ (ຄູ່ ສົມລົດ, ພໍ່ແມ່, ລູກ, ຄູ່ສົມລົດຂອງລູກ, ອ້າຍເອື້ອຍນ້ອງຄີງ, ປູ່ຍ່າ, ພໍ່ເຖົ້າແມ່ເຖົ້າ, ຫຼານຜູ້ເປັນລູກຂອງລູກຊາຍ ຫຼື ລູກສາວ ແລະ ພໍ່ແມ່ຂອງຄູ່ສົມລົດ ) ເຊັ່ນ: ໃບຢັ້ງຢືນການແຕ່ງດອງ, ໃບຢັ້ງຢືນການເກີດ, ໃບຢັ້ງຢືນສາຍຍາດທີ່ອອກໃຫ້ໂດຍ ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ໃບຢັ້ງຢືນສາຍຍາດທີ່ໄດ້ຜ່ານການຢັ້ງຢືນທະບຽນສານເປັນຕົ້ນ.
ໃນກໍລະນີທີ່ໄປເຄື່ອນໄຫວວຽກສ່ວນຕົວຢູ່ໃນ ສປ ຈີນ ແມ່ນຕ້ອງໄດ້ສະໜອງເອກະສານຢັ້ງຢືນທີ່ກ່ຽວ ຂ້ອງຕາມເງື່ອນໄຂທີ່ກໍານົດໂດຍເຈົ້າໜ້າທີ່ກົງສຸນ.
ວີຊາ - X1:
1. ໜັງສືຕອບຮັບ ( Admission Notice ) ທີ່ອອກໃຫ້ໂດຍ ສະຖາບັນການສຶກສາໃນ ສປ ຈີນ ( ໂຮງຮຽນ, ວິທະຍາໄລ ຫຼື ມະຫາວິທະຍາໄລ ) ສະບັບຕົ້ນ ແລະ ສະບັບສໍາເນົາ.
2. “ ແບບຟອມຮັບຮອງນັກສຶກສາຕ່າງປະເທດເຂົ້າ ສປ ຈີນ ” ( ແບບຟອມ JW201 ຫຼື JW 202 ) ສະບັບຕົ້ນ ແລະ ສະບັບສໍາເນົາ.
ຂໍ້ຄວນລະວັງ: ຜູ້ຖືວີຊາດັ່ງກ່າວ ເມື່ອເດີນທາງເຂົ້າ ສປ ຈີນ ແລ້ວ, ຜູ້ກ່ຽວຕ້ອງໄປຍື່ນຂໍໃບອະນຸຍາດພັກເຊົາ ຈາກພາກສ່ວນຕໍາຫຼວດກວດຄົນເຂົ້າ - ອອກເມືອງ ຂອງກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງຂຶ້ນໄປໃນເຂດທີ່ຕົນເອງຈະພັກເຊົາ ພາຍໃນ 30 ວັນນັບແຕ່ມື້ທີ່ເດີນທາງເຂົ້າປະເທດຈີນ.
ວີຊາ - X2:
ໜັງສືຕອບຮັບ ( Admission Notice ) ທີ່ອອກໃຫ້ໂດຍ ສະຖາບັນການສຶກສາໃນ ສປ ຈີນ ( ໂຮງຮຽນ, ວິທະຍາໄລ ຫຼື ມະຫາວິທະຍາໄລ ) ສະບັບຕົ້ນ ແລະ ສະບັບສໍາເນົາ.
ວີຊາ - Z:
ຕ້ອງສະໜອງໜຶ່ງໃນເອກະສານຕາມກໍລະນີດັ່ງລຸ່ມນີ້:
1. 《 ໃບອະນຸຍາດເຮັດວຽກສໍາລັບຄົນຕ່າງປະເທດ 》ທີ່ອອກໃຫ້ໂດຍ ຂະແໜງຊັບພະຍາກອນມະ ນຸດ ແລະ ປະກັນສັງຄົມ ພ້ອມດ້ວຍ《 ໜັງສືເຊື້ອເຊີນຂອງອົງການທີ່ມີສິດກ່ຽວຂ້ອງ 》ຫຼື 《 ໜັງສືຢືນຢັນການເຊື້ອເຊີນ 》.
2. 《 ໃບອະນຸຍາດສໍາລັບຊ່ຽວຊານຕ່າງປະເທດທີ່ໄປເຮັດວຽກຢູ່ ສປ ຈີນ 》 ທີ່ອອກໃຫ້ໂດຍກົມຊ່ຽວຊານຕ່າງປະເທດ ພ້ອມດ້ວຍ《 ໜັງສືເຊື້ອເຊີນຂອງອົງການທີ່ມີສິດກ່ຽວຂ້ອງ 》ຫຼື《 ໜັງສືຢືນຢັນການເຊື້ອເຊີນ 》.
3. 《 ໜັງສືຢັ້ງຢືນການຈົດທະບຽນຂອງສໍານັກງານທີ່ເປັນຕົວແທນປະຈໍາຢູ່ ສປ ຈີນ 》ຂອງວິສາ ຫະກິດຕ່າງປະເທດ ( ຕ່າງເຂດ ) ທີ່ອອກໃຫ້ໂດຍ ຂະແໜງການບໍລິຫານງານອຸດສາຫະກໍາ ແລະ ກ້ານຄ້າ ພ້ອມດ້ວຍ 《 ໜັງສືເຊື້ອເຊີນຂອງອົງການທີ່ມີສິດກ່ຽວຂ້ອງ 》ຫຼື《 ໜັງສືຢືນຢັນການເຊື້ອເຊີນ 》.
4. ເອກະສານອະນຸຍາດ ການສະແດງສິລະປະວັດທະນະທໍາ ເພື່ອຫາຜົນປະໂຫຍດທາງການຄ້າ ທີ່ເຊັນອະນຸມັດໂດຍ ຂະແໜງບໍລິຫານງານວັດທະນະທໍາ ( ສໍາລັບຄົນຕ່າງປະເທດ ທີ່ມີຈຸດປະສົງເດີນທາງໄປເຄື່ອນໄຫວການສະແດງ ເພື່ອຫາຜົນປະໂຫຍດທາງການຄ້າໃນປະເທດຈີນ ເທົ່ານັ້ນ ) ຫຼື《 ໜັງສືເຊື້ອເຊີນຂອງອົງການທີ່ມີສິດກ່ຽວຂ້ອງ 》ຫຼື《 ໜັງສືຢືນຢັນການເຊື້ອເຊີນ 》ທີ່ອອກໃຫ້ໂດຍ ຂະແໜງ ການຕ່າງປະເທດຂັ້ນແຂວງ ( ເຂດ ຫຼື ນະຄອນ ) ຂອງລັດຖະບານຈີນ.
5. 《 ຈົດໝາຍເຊື້ອເຊີນຄົນຕ່າງປະເທດເພື່ອປະຕິບັດງານກ່ຽວກັບນໍ້າມັນດິບນອກຊາຍຝັ່ງຢູ່ ສປ ຈີນ 》ທີ່ອອກໃຫ້ໂດຍ ສໍານັກງານໃຫຍ່ຂອງກຸ່ມບໍລິສັດນໍ້າມັນດິບນອກຊາຍຝັ່ງແຫ່ງຊາດຈີນ ( China National Offshore Oil Corporation ).
ຂໍ້ຄວນລະວັງ: ຜູ້ຖືວີຊາດັ່ງກ່າວ ເມື່ອເດີນທາງເຂົ້າ ສປ ຈີນ ແລ້ວ, ຜູ້ກ່ຽວຕ້ອງໄປຍື່ນຂໍໃບອະນຸຍາດພັກເຊົາຈາກພາກສ່ວນຕໍາຫຼວດກວດຄົນເຂົ້າ - ອອກເມືອງ ຂອງກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງຂຶ້ນໄປ ໃນເຂດທີ່ຕົນເອງຈະພັກເຊົາ ພາຍໃນ 30 ວັນນັບແຕ່ມື້ທີ່ເດີນທາງເຂົ້າປະເທດຈີນ.
ສາມ. ຄໍາແນະນໍາພິເສດ
1. ໜັງສືເຊື້ອເຊີນສາມາດແຈ້ງໃນໃນຮູບແບບໂທລະສານ, ສະບັບສໍາເນົາ ຫຼື ສະບັບພິມປິ່ນ, ແຕ່ເຈົ້າໜ້າທີ່ກົງສຸນສາມາດສະເໜີໃຫ້ຜູ້ຂໍວີຊາສະໜອງໜັງສືເຊີນທີ່ເປັນສະບັບຕົ້ນ.
2. ໃນກໍລະນີຈໍາເປັນ, ເຈົ້າໜ້າທີ່ກົງສຸນສາມາດສະເໜີໃຫ້ຜູ້ຂໍວີຊາ ສະໜອງເອກະສານເພີ່ມເຕີມ ຫຼື ແຈ້ງໃຫ້ຜູ້ຂໍວີຊາເຂົ້າມາສໍາພາດຕາມແຕ່ລະກໍລະນີ.
3. ເຈົ້າໜ້າທີ່ກົງສຸນ ຈະອີງຕາມສະພາບຄວາມເປັນຈິງຂອງຜູຂໍວີຊາ ເພື່ອຕັດສິນວ່າຈະອະນຸມັດອອກວີຊາໃຫ້ໄດ້ຫຼືບໍ່, ລວມທັງການກໍານົດອາຍຸນໍາໃຊ້, ໄລຍະພັກເຊົາ ແລະ ຈໍານວນຄັ້ງໃນການເຂົ້າ - ອອກປະເທດຈີນ .
4. ຫາກທ່ານຕ້ອງການຮັບຮູ້ຂໍ້ມູນລາຍລະອຽດເພີ່ມເຕີມ, ທ່ານສາມາດຄົ້ນຫາຂໍ້ມູນທີ່ເວັບໄຊ້ທາງການຂອງ ສະຖານທູດ ຫຼື ສະຖານກົງສຸນ ( ໃຫຍ່ ) ແຫ່ງ ສປ ຈີນ ປະຈໍາຕາງເທດທີ່ກ່ຽວຂ້ອງ.