(ວັນທີ 2 ກຸມພາ 2024)
ຮຽນ: ສະຫາຍ ຄໍາຂັນ ຈັນທະວີສຸກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ, ສະຫາຍ ວຽງສະຫວັດ ສີພັນດອນ ເລຂາພັກແຂວງ ເຈົ້າແຂວງຫຼວງນໍ້າທາ, ສະຫາຍ ຄໍາຜອຍ ວັນນະສານ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ , ທີ່ນັບຖື.
ສະຫາຍນາງ ກ່ຽວ ທິ ຮັ່ງ ຟຸກ ຫົວໜ້າກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອລາວທີ່ແຂວງຫຼວງພະບາງ, ບັນດາການນໍາ 6 ແຂວງພາກເໜືອລາວ ພ້ອມດ້ວຍພີ່ນ້ອງຮ່ວມຊາດ, ບັນດາແຂກຜູ້ມີກຽດ ແລະ ເພື່ອນມິດທັງຫຼາຍທີ່ຮັກແພງ.
ສະບາຍດີຕອນຄໍ່າ!
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ນີ້. ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ຮ່ວມກັບບັນດາທ່ານ ຕ້ອນຮັບປີໃໝ່ຈີນ 2024ຢ່າງອົບອຸ່ນ. ກ່ອນອື່ນໝົດ ຂ້າພະເຈົ້າຕາງໜ້າສະຖານກົງສຸນໃຫຍ່ຈີນ ຂໍສະແດງຄວາມຢື້ຢາມຖາມຂ່າວ ແລະ ສົ່ງພອນປີໃໝ່ມາຍັງບັນດາພີ່ນ້ອງຊາວຈີນ, ວິສາຫະກິດຈີນ, ນັກສຶກສາຈີນທີ່ອາໄສຢູ່ 6 ແຂວງພາກເໜືອລາວ ພ້ອມດ້ວຍບັນດາເພື່ອນມິດທຸກຊັ້ນຄົນຈົ່ງມີຄວາມສຸກສົມຫວັງຕະຫຼອດປີໃໝ່ນີ້.
ປີ 2023 ເປັນປີພັດທະນາຟື້ນຟູເສດຖະກິດພາຍຫຼັງການລະບາດຂອງພະຍາດໂຄວິດ-19 3 ປີຜ່ານມາ, ເຊິ່ງເປັນປີທີ່ເຕັມໄປດ້ວຍສິ່ງທ້າທາຍ ແລະ ການທົດສອບ. ພາຍໃຕ້ການນໍາພາຂອງຄະນະບໍລິ ຫານງານສູນກາງພັກໂດຍມີສະຫາຍສີຈິ້ນຜິງເປັນແກນກາງ, ປະຊາຊົນຈີນ1,4ຕື້ກວ່າຄົນໄດ້ພ້ອມກັນບຸກບືນກ້າວໄປຂ້າງໜ້າ, ສືບຕໍ່ບັນລຸການຟື້ນຟູເສດຖະກິດແຫ່ງຊາດ, ເຮັດໃຫ້ລວມຍອດຜະລິດຕະພັນGDPພາຍໃນບັນລຸ1,26ລ້ານຕື້ຢວນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ5,2%. ເຮືອດໍານໍ້າ “ fen dou zhe hao” ໄດ້ປະສົບຜົນສໍາເລັດໃນການປະຕິບັດການດໍານໍ້າໃນມະຫາສະໝຸດຈຸດທີ່ເລິກທີ່ສຸດ, ເຮືອບິນໂດຍສານຂະໜາດໃຫຍ່C919ທີ່ຜະລິດໂດຍຈີນໄດ້ເປີດໃຫ້ບໍລິການ, ການເກັບກ່ຽວຜົນຜະລິດທັນຍາພືດ ແລະ ການປັບປຸງລະບົບນິເວດສີຂຽວບັນລຸໄດ້ຕາມເປົ້າໝາຍ. ຜົນສໍາເລັດດັ່ງກ່າວແມ່ນເປັນທີ່ປະຈັກຕາຊາວໂລກ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງພະລັງການປະດິດສ້າງຮູບແບບໃໝ່ທີ່ມີລັກສະນະເຂັ້ມແຂງ ແລະ ຈິດໃຈໃນການສູ້ຊົນປັບ ປຸງຕົນເອງຢ່າງຕໍ່ເນື່ອງເພື່ອກ້າວສູ່ລະດັບສູງຂອງຈີນ.
ໃນໄລຍະໜຶ່ງປີທີ່ຜ່ານມາ, ເປັນປີທີ່ຈີນຮັບຜິດຊອບດ້ານການທູດ, ປະຊາຊົນຈີນ ແລະ ປະຊາຊົນໃນທົ່ວໂລກໄດ້ເບິ່ງແຍງຊຶ່ງກັນ ແລະ ກັນ, ຄຽງບ່າຄຽງໄລ່ກັນກ້າວໄປຂ້າງໜ້າ. ຈີນໄດ້ປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິງ, ສົ່ງເສີມການປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມປອດໄພທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທໍາທົ່ວໂລກ, ຊຸກຍູ້ການສ້າງຄູ່ຮ່ວມຊາ ຕາກໍາມວນມະນຸດຢ່າງເຂັ້ມແຂງ.ໃນກອງປະຊຸມວຽກງານການທູດສູນກາງພັກກອມມູນິດຈີນໃນທ້າຍປີທີ່ຜ່ານມາໄດ້ສະເໜີຢ່າງຈະແຈ້ງວ່າ, ການສ້າງຄູ່ຮ່ວມຊາຕາກໍາມວນມະນຸດແມ່ນວຽກຫຼັກຂອງວຽກງານພົວພັນຕ່າງປະເທດ ແລະ ເປົ້າໝາຍອັນຍິ່ງໃຫຍ່ທາງການທູດທີ່ມີສີສັນພິເສດຂອງຈີນ, ທັງເປັນຄັນທຸງສະຫງ່າລາສີໃນການນໍາພາກ້າວສູ່ຍຸກໃໝ່.
ໃນໄລຍະໜຶ່ງປີທີ່ຜ່ານມາ, ສາຍພົວພັນຈີນ-ລາວໄດ້ດໍາເນີນໄປໃນລະດັບສູງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຮ່ວມລົງນາມໃນແຜນແມ່ບົດ5ປີໄລຍະໃໝ່ຂອງການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ, ເຊິ່ງເປັນການຊີ້ທິດເຍືອງທາງໃຫ້ແກ່ການພັດທະນາສາຍພົວພັນຈີນ-ລາວ. ພາຍໃຕ້ການຊີ້ນໍາຂອງຫົວໜ້າການທູດແຫ່ງລັດ, ສອງຝ່າຍໄດ້ຍຶດໝັ້ນ “ຕາມທິດ 4 ດີ”ໃນການເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ, ການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເສັ້ນທາງມິດຕະພາບໃນການແບ່ງປັນການພັດທະນາໄດ້ຮັບການສືບ ຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ. 6 ແຂວງພາກເໜືອລາວໄດ້ມີການພົວພັນກັບ ສປ ຈີນຢ່າງສະໜິດແໜ້ນ, ເຊິ່ງໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ, ແລະການຮ່ວມມືມີຊີວິດຊີວາຂຶ້ນກວ່າເກົ່າ.
ບັນດາພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງ!
ປີນີ້ເປັນປີສະຖາປະນາສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ, ທັງເປັນປີສໍາຄັນໃນການບັນລຸພາລະກິດ “ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ່ 14” ຕື່ມອີກ. ໃນປີໃໝ່ນີ້, ຈີນຈະຍຶດໝັ້ນຜັນຂະຫຍາຍແນວຄິດພັດທະນາໃໝ່, ເລັ່ງລັດສ້າງຮູບແບບການພັດທະນາ
ໃໝ່, ສືບຕໍ່ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ແລະ ປະຊາຊົນຮັ່ງມີດ້ວຍຄວາມທັນສະໄໝແບບຈີນ.
ປີໃໝ່ນີ້, ພວກເຮົາຈະຖືເອົາແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຍຸກໃໝ່, ໂດຍສະເພາະແມ່ນແນວຄິດທາງການທູດສີຈິ້ນຜິງເປັນທິດຊີ້ນໍາ, ຍຶດໝັ້ນຫຼັກການທິດນໍາໃນການເຊື່ອໝັ້ນ ແລະ ກຸ້ມຕົນເອງ, ເປີດກວ້າງການໂອບເອື້ອອາລີ, ມີຄວາມຍຸດຕິທໍາ ແລະ ການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຍິນດີຮ່ວມກັບ 6 ແຂວງພາກເໜືອລາວ, ປະຕິບັດຄວາມເຫັນດີເຫັນພ້ອມອັນສໍາຄັນຂອງຜູ້ນໍາສູງສຸດຈີນ-ລາວ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ, ແບ່ງປັນກາລະໂອກາດ, ຊຸກຍູ້ສົ່ງເສີມການພັດທະນາຮ່ວມກັນ.
ປີໃໝ່ນີ້, ພວກເຮົາຈະຍຶດໝັ້ນການປະຕິບັດຈຸດປະສົງ “ການທູດເພື່ອປະຊາຊົນ” ຢ່າງສະ
ເໝີຕົ້ນສະເໝີປາຍ, ຍຶດໝັ້ນໃນການປົກປັກຮັກສາຜົນປະໂຫຍດອັນຊອບທໍາ ແລະ ຄວາມປອດໄພຂອງພົນລະເມືອງ ແລະ ວິສາຫະກິດຈີນຢູ່ 6 ແຂວງພາກເໜືອລາວ. ຫວັງວ່າ ບັນດາທ່ານຈະຮ່ວມແຮງຮ່ວມໃຈກັນ, ເປັນແບບຢ່າງພາບພົດທີ່ດີຂອງຈີນ, ເປັນຜູ້ເລົ່າເລື່ອງທີ່ດີຂອງຈີນ ແລະ ເປັນຜູ້ສືບທອດມິດຕະພາບທີ່ດີລະຫວ່າງຈີນ-ລາວ.
ສຸດທ້າຍນີ້, ຂໍອວຍພອນແຜ່ນດິນອັນຍິ່ງໃຫຍ່ຂອງພວກເຮົາຈົ່ງຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ!
ອວຍພອນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ!
ອວຍພອນບັນດາທ່ານຈົ່ງໂຊກດີປີໃໝ່ ແລະ ຄອບຄົວມີຄວາມຜາສຸກ!
ຂໍຂອບໃຈ.
