ທ່ານ ຈັ່ງເສີຜິງ ກົງສຸນໃຫຍ່ປະຈຳຫຼວງພະບາງໄດ້ພົບປະກັບການນຳແຂວງຫຼວງນ້ຳທາ
2026-07-27 18:49
ໃນວັນທີ 20 ກໍລະກົດ, ທ່ານ ຈັ່ງເສີຜິງ ກົງສຸນໃຫຍ່ປະຈຳຫຼວງພະບາງ ໄດ້ພົບປະກັບທ່ານ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາພັກແຂວງ ແລະ ທ່ານ ຄຳຟອງ ອິນມານີ ປະທານຄະນະກຳມະການປົກຄອງແຂວງ ໃນລະຫວ່າງການຢ້ຽມຢາມແຂວງຫຼວງນ້ຳທາ.

ທ່ານ ຈັ່ງເສີຜິງ ໄດ້ກ່າວວ່າ,ສາຍພົວພັນຈີນ-ລາວ ປະຈຸບັນຢູ່ໃນລະດັບດີທີ່ສຸດໃນປະຫວັດສາດ.ຈີນຍິນດີທີ່ຈະຮ່ວມມືກັບແຂວງຫຼວງນ້ຳທາ ຈັດຕັ້ງປະຕິບັດຄວາມເຫັນເປັນເອກະພາບກັນທີ່ສຳຄັນຂອງຜູ້ນຳສູງສຸດສອງພັກສອງລັດ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່.

ທ່ານ ຄໍາກິ່ງ ແລະທ່ານ ຄຳຟອງໄດ້ກ່າວວ່າ ແຂວງຫຼວງນ້ຳທາຍິນດີທີ່ຈະຮັກສາທິດ "ສີ່ດີ" ລະຫວ່າງສອງປະເທດລາວ-ຈີນ,ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັບຈີນ.