ໜ້າຫຼັກ > ວຽກງານເຄື່ອນໄຫວສະຖານກົງສຸນໃຫຍ່
ສະຖານກົງສຸນໃຫຍ່ປະຈຳຫຼວງພະບາງໄດ້ຈັດກອງປະຊຸມຮຽນຮູ້ ແລະ ແລກປ່ຽນກ່ຽວກັບ “ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່”
2026-06-26 10:11

ໃນວັນທີ 22 ມິຖຸນາ, ສະຖານກົງສຸນໃຫຍ່ຈີນປະຈຳຫຼວງພະບາງໄດ້ຈັດກອງປະຊຸມສຶກສາ ແລະ ແລກປ່ຽນກ່ຽວກັບ "ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່" ສຳລັບຫົກແຂວງພາກເໜືອຂອງລາວ. ຜູ້ຕາງໜ້າຈາກພະແນກລັດຖະບານຂອງຫົກແຂວງໄດ້ເຂົ້າຮ່ວມທັງທາງອອນລາຍ ແລະ ອອບໄລນ໌.

ທ່ານ ຈັ່ງເສີຜິງ ກົງສຸນໃຫຍ່ປະຈຳຫຼວງພະບາງ ໄດ້ນຳສະເໜີໝາກຜົນທີ່ສຳຄັນຂອງການພົບປະລະຫວ່າງຜູ້ນຳສູງສຸດຂອງສອງພັກ ແລະ ປະເທດ. ທ່ານຍັງໄດ້ແລກປ່ຽນຄໍາເຫັນກັບຜູ້ຕາງໜ້າຈາກແຕ່ລະແຂວງກ່ຽວກັບຄວາມເຂົ້າໃຈຕໍ່"ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່"ແລະວິທີການສົ່ງເສີມການຈັດຕັ້ງປະຕິບັດຢ່າງແທ້ຈິງຢູ່ເຂດກົງສຸນ.


ສະຫງວນລິຂະສິດ ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ