ທ່ານ ຈັ່ງເສີຜິງ ກົງສຸນໃຫຍ່ປະຈຳຫຼວງພະບາງໄດ້ເຂົ້າຮ່ວມກິດຈະກຳສະຫຼຸບຂອງໂຮງສີມືຮ່ວມລະດູຮ້ອນລະຫວ່າງມະຫາວິທະຍາໄລຈີນ - ລາວ
2026-07-30 17:15
ໃນວັນທີ 24 ກໍລະກົດນີ້, ທ່ານ ຈັ່ງເສີຜິງ ກົງສຸນໃຫຍ່ ແຫ່ງ ສປຈີນປະຈຳຫຼວງພະບາງໄດ້ເຂົ້າຮ່ວມກິດຈະກຳສະຫຼຸບຂອງໂຮງສີມືຮ່ວມລະດູຮ້ອນລະຫວ່າງມະຫາວິທະຍາໄລຈີນ (ຊຽງໄຮ້) - ລາວ (ຫຼວງພະບາງ).

ທ່ານ ຈັ່ງເສີຜິງ ໄດ້ກ່າວວ່າ ການແລກປ່ຽນວັດທະນະທຳເປັນຂົວເຊື່ອມຕໍ່ເພື່ອຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນ. ຫວັງວ່າມະຫາວິທະຍາໄລຕ່າງໆໃນປະເທດຈີນ ແລະ ລາວ ຈະສືບຕໍ່ເພີ່ມທະວີການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນແລະກັນໃນຂົງເຂດວັດທະນະທຳ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ເຂັ້ມແຂງໜຽວແໜ້ນຂອງຍຸກໃໝ່.

ໂຮງສີມືລະດູຮ້ອນເທື່ອນີ້ໄດ້ຈັດຂຶ້ນຮ່ວມກັນໂດຍວິທະຍາໄລວິຊາຊີບສິລະປະ ແລະ ຫັດຖະກຳຊຽງໄຮຈີນ, ຄະນະສະຖາປັດຕະຍະກຳສາດຂອງມະຫາວິທະຍາໄລສຸພານຸວົງ, ແລະສະຖາບັນສິລະປະແບບດັ້ງເດີມແຂວງຫຼວງພະບາງ.