ແຈ້ງການກ່ຽວກັບການສະໝັກວີຊາທາງອອນລາຍ
2025-06-25 15:52
ສະຖານກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາຫຼວງພະບາງ ຈະເລີ່ມປະຕິບັດເຮັດວິີຊາທາງອອນລາຍຢ່າງເປັນທາງການ ໃນວັນທີ 30/06/2025 ເປັນຕົ້ນໄປ, ຊຶ່ງເວັບໄຊ້ທີ່ສະໝັກວີຊາແມ່ນ “https://consular.mfa.gov.cn/VISA/”, ເພື່ອຄວາມສະດວກໃນການສະໝັກຟອມວີຊາ ແລະ ຄັດຕິດເອກະສານຕ່າງໆຜ່ານທາງອອນລາຍໄດ້, ທ່ານສາມາດອັບໂລດເອກະສານ ແລະ ຂໍ້ມູນລາຍລະອຽດຕ່າງໆເຂົ້າໃນເວັບໄຊ້ດັ່ງກ່າວ. ທ່ານສາມາດຄິກໃສ່ລິ້ງຢູ່ເບື້ອງຊ້າຍດ້ານລຸ່ມເພື່ອ "ເບີ່ງຂໍ້ມູນຕົ້ນສະບັບ" .ເລີ່ມແຕ່ວັນທີ 30/06/2025 ສະຖານກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາຫຼວງພະບາງ ຈະຢຸດນໍາໃຊ້ເວັບໄຊ້ສະໝັກວີຊາແບບເກົ່າ“https://cova.mfa.gov.cn/”ຢ່າງເປັນທາງການ. ດັ່ງນັ້ນ, ຈຶ່ງແຈ້ງໃຫ້ຮັບຊາບ.