3月18日,中国驻琅勃拉邦总领馆发现“脸书”平台有帖文称,一名中国女性在老挝波乔省绑架儿童,被村民当场抓获并报警。
我馆高度重视并立即核实。据波乔省警方回复,嫌疑人为老挝公民,有吸毒史。
总领馆已要求发帖者即行删除有关不实帖文。
ວັນທີ 18 ມີນາ ຜ່ານມານີ້, ສະຖານກົງສຸນໃຫຍ່ຈີນ ປະຈໍາແຂວງຫຼວງພະບາງ ໄດ້ພົບເຫັນບົດຄວາມເທິງ Facebook ມີເນື້ອຫາວ່າ ຜູ້ຍິງຈີນລັກພາຕົວເດັກນ້ອຍຢູ່ແຂວງບໍ່ແກ້ວ ປະເທດລາວ ເເລະ ຖືກຊາວບ້ານຈັບໄດ້ຢູ່ຈຸດເກີດເຫດ ແລະ ໄດ້ເຂົ້າເເຈ້ງຄວາມກັບເຈົ້າໜ້າທີຕຳຫຼວດ.
ສະຖານກົງສຸນຈີນໃຫ້ຄວາມສຳຄັນກັບເຫດການດັ່ງກ່າວ ແລະ ດຳເນີນການກວດສອບທັນທີ. ອີງຕາມຄຳຕອບກັບຂອງເຈົ້າໜ້າທີ່ຕຳຫຼວດແຂວງບໍ່ແກ້ວ, ຜູ້ຕ້ອງສົງໄສເປັນພົນລະເມືອງລາວເຊິ່ງຜູ້ກ່ຽວມີປະຫວັດຕິດຢາເສບຕິດ.
ສະຖານກົງສຸນໃຫຍ່ໄດ້ຮຽກຮ້ອງໃຫ້ເຈົ້າຂອງໂພສດັ່ງກ່າວລົບຂ່າວສານທີ່ບໍ່ມີຄວາມເປັນຈິງໃນທັນທີ.